ປະທານາທິບໍດີ ສ ເກົາຫຼີ ມີຄວາມຫວັງກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ  ສ ເກົາຫຼີ Moon Jae – in ສະແດງຄວາມຫວັງວ່າ ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ

ປະທານາທິບໍດີ ສ ເກົາຫຼີ ມີຄວາມຫວັງກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ - ảnh 1 ປະທານາທິບໍດີ ສ ເກົາຫຼີ ມີຄວາມຫວັງກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະລັດຖະບານຢູ່ ທຳນຽບປະທານາທິບໍດີ ສ ເກົາຫຼີ (ທຳນຽບຂຽວ), ວັນທີ 12 ມິຖຸນາ, ທ່ານປະທານາທິບໍດີ  ສ ເກົາຫຼີ Moon Jae – in ສະແດງຄວາມຫວັງວ່າ ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ຈະປະສົບຜົນສຳເລັດຢ່າງຈົບງາມເພື່ອເປີດສັງກາດໃໝ່ ສັນຕິພາບ ແລະ ປອດນິວເຄຼຍໃນແຫຼມ ເກົາຫຼີ.

        ດ້ານອື່ນ, ທ່ານປະທານາທິບໍດີ ສ ເກົາຫຼີ ເນັ້ນໜັກວ່າ: ກອງປະຊຸມນີ້ປະສົບຜົນສຳເລັດແມ່ນບາດກ້າວທຳອິດຂອງ “ວິວັດການຍາວນານ” ເພື່ອແນໃສ່ປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ສ້າງຕັ້ງສັນຕິພາບຍາວນານໃນເຂດດິນແດນແຫ່ງນີ້. ທ່ານຖືວ່າ ບັນຫາຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ແລະ ບັນຫານິວເຄຼຍຈະບໍ່ອາດແກ້ໄຂຜ່ານການພົບປະຂອງການນຳ ອາເມລິກາ - ສປປ ເກົາຫຼີ ໄດ້ ຫາກນີ້ຈະແມ່ນວິວັດການອາດຈະແກ່ຍາວເຖິງ ປີໜຶ່ງ, 2 ປີ ຫຼື ຊ້ຳບໍ່ໜຳແມ່ນຍາວນານກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ