ປະທານາທິບໍດີ ສ.ປານາມາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີ ສ.ປານາມາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ປະ​ເທ​ດຫວຽດນາມ Truong Tan Sang
ແລະ ທ່ານ​ປະທານາທິບໍດີ ສ. ​ປານາມາ Ricardo Martinelli Berrocal
(ພາບ: vietnamplus.vn)


(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທ​ດຫວຽດນາມ Truong Tan Sang, ທ່ານ​ປະທານາທິບ​ໍດີ ສ. ​ປານາມາ Ricardo Martinelli Berrocal ​ແລະ ພັນ​ລະ​ຍາ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະ​ຫວ່າງ​ວັນ​ທີ 24 – 27/10. ຕອນ​ເຊົ້າ​ວັນ​ທີ 25/10, ພິທີ​ຕ້ອນຮັບທ່ານ​ປະທານາທິບໍດີ ສ. ​ປານາມາ Ricardo Martinelli Berrocal ພ້ອມ​ກັບ​ຄະນະ​ຜູ້​ແທນ ຖືກ​ຈັດ​ຂຶ້ນ​ຢູ່​ສຳນັກງານ​ປະທານ​ປະ​ເທດ​ຢ່າງ​ສົມ​ກຽດ. ພາຍຫຼັງ​ພິທີ​ຕ້ອນຮັບ, ການ​ນຳ​ສອງ​ທ່ານ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ດຳ​ເນີນ​ການ​ເຈລະຈາ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕີ​ລາຄາ​ສູງ ​ແລະ ​ເຊື່ອນ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ຂອງ​ທ່ານປະທານາທິບໍດີ ສ. ​ປານາມາ ຈະ​ແມ່ນ​ຂີດ​ໝາຍ​ໃໝ່​ທີ່​ສຳຄັນ ປະກອບສ່ວນ​ເຂົ້າ​​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ຫວຽດນາມ - ປາ​ນາມາ ​ໃຫ້​ກ້າວເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ປະທານາທິບໍດີ ສ. ​ປານາມາ Ricardo Martinelli Berrocal ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຕັ້ງໜ້າ​ຂອງ​ຫວຽດນາມ ​ໃນ​ບັນດາບັນຫາພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານາທິບໍດີ ​ປານາມາ ​ໄດ້​ຢືນຢັນ​ວ່າ ປະຊາຊົນ ປາ​ນາມາ ​ແລະ ທ່ານ​ເອງ​ຍາມ​ໃດກໍ​ນັບຖື ​ແລະ ​ມີ​ຄວາມໃກ້ຊິດ​ສະໜິດສະໜົມ​ກັບ​ປະຊາຊົນ​ຫວຽດນາມ ​​ໃນ​ການ​ຕໍ່ສູ້​​ເພື່ອ​ເອກະລາດ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ປາດ​ຖະໜາ​ວ່າ ຫວຽດນາມ ​ແລະ ປາ​ນາມາ ຈະຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ.

        ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ປະທານາທິບໍດີ ສ. ​ປານາມາ Ricardo Martinelli Berrocal ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ ​ແລະ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ວັດທະນະທຳ​ລະຫວ່າງ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ ສ. ​ປານາມາ; ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ສ້າງກົນ​ໄກ​ທາ​ບທາມ​ສອງ​ຝ່າຍ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເຄີຍ​ມີ​ມາ​ລະຫວ່າງ​ສອງ​ປະ​ເທດ:

”ພວກ​ຂ້າພະ​ເຈົ້າຖື​ວ່າການ​ພົວພັນ​ລະຫວ່າງ​ຫວຽດນາມ - ປາ​ນາມາ ພວມ​ພັດທະນາ​ດີ​ທີ່​ສຸດ. ​ໃນ​ໄລຍະ​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ​ເພີ່ມ​ທະວີ​ການ​ພົບ​ປະ, ສົມທົບ​ກັນ​ໃນ​ເວທີ​ສາກົນ. ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ເວົ້າ​ລວມຍັງ​ຢູ່​ໃນ​ລະດັບ​ຕຳ່ ​ແຕ່​ບັນລຸ​ໄດ້​ບາດກ້າວ​ພັດທະນາ​ຢ່າງ​ແນ່ນອນ ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ອັນ​ໃຫຍ່​ຫຼວງ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ແນ່ນອນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ຕົກລົງ​ນຳ​ກັນ​ທີ່​ການ​ເຈລະຈາ​ຕອນ​ເຊົ້າ​ມື້​ນີ້​ຈະ​ແມ່ນ​ບາດກ້າວ​ບຸກທະລຸ​ໃໝ່​ໃນ​ການ​ພົວພັນ​ສອງ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີ້”.

​        ​ຕອນ​ບ່າຍ​ວັນ​ທີ 25/10, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບປະທານາທິບໍດີ ສປາ​ນາມາ Ricardo Martinelli Berrocal ​, ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ປະທານາທິບໍດີ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ຖື​ວ່າການ​ຢ້ຽມຢາມ​ແມ່​ນຂີດ​ໝາຍ​ໃໝ່​ທີ່​ສຳຄັນ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ປາ​ນາມາ. ການ​ນຳ​ທັງ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ພົບ​ປະ, ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ສອງ​ພັກ​ກຳ​ອຳນາດ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ ສປາ​ນາມາ Ricardo Martinelli Berrocal ກໍ່​ໄດ້​ເຂົ້າ​ຢ້ຽມ​ຄຳນັບທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung.

 

 

ຂ່າວ/ບົດ​ອື່ນ