ປະທານາທິບໍດີ ສ.ອີຣານ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີ ສ.ອີຣານ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ສ.ອີຣານ Mahmoud Ahmadinejad
(ພາບ: ອີນເຕແນດ)


(vovworld) -     ວັນ​ທີ 9/11, ທ່ານ​ປະທານາທິບໍດີ ສ.ອີຣານ Mahmoud Ahmadinejad ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ສ​.ອີຣານ ​ເລີ່ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ສສ ຫວຽດນາມ Truong Tan Sang. ການ​ຢ້ຽມຢາມຫວຽດນາມ ​ຂອງ​ທ່ານ​ປະທານາທິບໍດີ Mahmoud Ahmadinejad ໄດ້​ດຳ​ເນີນ​ໄປໃນ​ລະຫວ່າງວັນ​ທີ 9 – 10/11. ນີ້​ແມ່ນ​ການ​ຢ້ຽມຢາມຫວຽດນາມ ​ຂອງ​ການ​ນຳ​ຂັ້ນ​ສູງອີຣານ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ອີຣານ ຍິ່ງກວ່າ​ອີກ, ​ເພື່ອມຸ່ງ​ໄປ​ເຖິງ​ການສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ 2 ປະ​ເທດ.

ຂ່າວ/ບົດ​ອື່ນ