ປະທານາທິບໍດີ ສ.ເກົາຫຼີ Park Geun – Hye ຈັດງານລ້ຽງຮອງຮັບທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ

ປະທານາທິບໍດີ ສ.ເກົາຫຼີ Park Geun – Hye ຈັດງານລ້ຽງຮອງຮັບທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ - ảnh 1
ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye ​ຈັບມື​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ
(ພາບ: Yonhap, KBS)

(vovworld)- ຕອນ​ຄ່ຳ​ວັນ​ທີ 2/10, ຢູ່​ເຊີ​ອູ​ນ, ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye ​ໄດ້​ຈັດ​ງານ​ລ້ຽງຢ່າງ​ສົມ​ກຽດ​ຮອງ​ຮັບ ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye ຊີ້​ແຈ້ງວ່າ : ການ​ຢ້ຽມຢາມ​ທາງລັດຖະກິດ ສ.​ເກົາຫຼີ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ​ ຄັ້ງ​ນີ້​ສະ​ແດງ​​ໃຫ້​ເຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທ​ດ ພວມ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແໜ້ນ​ແຟ້ນ. ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye ປາຖະໜາ​ວ່າ 2 ປະທດສ.​ເກົາຫຼີ - ຫວຽດນາມຈະ​ສືບ​ຕໍ່​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ອະນາຄົດ, ພ້ອມ​ກັນ​ນັ້ນ ກໍ​ແມ​່ນຄູ່​ຮ່ວມ​ມື ​ເພື່ອ​ພ້ອມ​ກັນ​ເປີດ​ອະນາຄົດ​ທີ່​ສະຫວ່າງ​ສະ​ໄຫວ.

    ສ່ວນ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ສັນຍາ​ທີ່​ບັນລຸ​ມາ​ໄດ້​ລະຫວ່າງ 2 ປະ​ເທດ, ​ແນ່ນອນ​ວ່່າ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ຍູ​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ແລະ ສືບ​ຕໍ່​ປັບປຸງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ຫວຽດນາມ-ສ.​ເກົາຫຼີ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ພັດ​ທະນາຂອງ​ພາກ​ພື້ນ ​ແລະ ​ໃນ​​ໂລກ .

ຂ່າວ/ບົດ​ອື່ນ