ປະທານາທິບໍດີ ສເກົາຫຼີ ປະຕິຮູບລັດຖະບານ

ປະທານາທິບໍດີ ສເກົາຫຼີ ປະຕິຮູບລັດຖະບານ - ảnh 1
ທ່ານ​ນາງປະທານາທິບໍດີ Park Geun-hye
(ພາບ: Yonhap/TTXVN)

(vovworld) - ວັນ​ທີ 2/11, ຫ້ອງ​ວ່າການ​ປະທານາທິບໍດີ ສ​ເກົາຫຼີ ​ໃຫ້​ຮູ້​ວ່າ, ທ່ານ​ນາງປະທານາທິບໍດີ Park Geun-hye ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ລັດຖະບານ, ປ່ຽນ​ແທນ​ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ​ຮັບຜິດຊອບ​ບັນດາ​ບັນຫາ​ເສດຖະກິດ ​ແລະ ລັດຖະມົນຕີ​ຮັບປະກັນ​ຄວາມ​ປອດ​ໄພ​ປະຊາຊົນ. ການ​ປະຕິ​ຮູບ​ຄັ້ງ​ນີ້​ດຳ​ເນີນ​ໄປ​ໃນ​ສະຖານະ​ການ​ເກີດ​ຄວາມ​ຫຍຸ້ງ​ເຫຍືອງດ້ານ​ການ​ເມືອງ​ທີ່​ກ່ຽວຂ້ອງ​ເຖິງ​ສ່ຽງ​ຜູ້​ສະໜິດສະໜົມ​ມາ​ຫຼາຍ​ປີ​ແລ້ວ​ຂອງ ປະທານາທິບໍດີ ​ແມ່ນ​ນາງ Choi Soon-sil. ທ່ານ Kim Byong – Joon ​ໄດ້​ຮັບ​ບົ່ງ​ຕົວ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່. ທ່ານ Kim Byong – Joon ​ເຄີຍ​ເປັນ​ເລຂາ​ຂັ້ນ​ສູງ​ຂອງ​ອະດີດ ປະທານາທິບໍດີືRoh Moo-hyun. ນອກ​ນັ້ນ, ທ່ານ Yim Jong-yong, ປະທານ​ຄະນະ​ກຳມະການ​ ​ບໍລິການດ້ານ​ການ​ເງິນ, ກໍ່​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ,​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ.


ຂ່າວ/ບົດ​ອື່ນ