ປະທານາທິບໍດີ ສ.ເກົາຫຼີ ສະເໜີກໍ່ສ້າງສວນສາທາ ລະນະສັນຕິພາບໃນ DMZ

ປະທານາທິບໍດີ ສ.ເກົາຫຼີ ສະເໜີກໍ່ສ້າງສວນສາທາ ລະນະສັນຕິພາບໃນ DMZ - ảnh 1
(ທ່ານນາງປະທານ​ນາ​ທິບໍດີສ.​ເກົາຫຼີ Park Geun hye)

(vovworld) - ວັນ​ທີ 15 ສິງຫາ, ທ່ານນາງປະທານ​ນາ​ທິບໍດີສ.​ເກົາຫຼີ Park Geun hye ​ໄດ້​ສະ​ເໜີ​​ໃຫ້ 2 ພາກ​ເກົາຫຼີ ພ້ອມ​ກັນ​ຈັດ​ຕັ້ງ​ການ​ເຕົ້າ​ໂຮມ​ໃຫ້​ແກ່​ບັນ​ດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ຍ້ອນ​ສົງຄາມ​ ເກົາຫຼີ (1950 - 1953) ​ແລະ ກໍ່ສ້າງສວນສາທາລະນະ​ສັນຕິພາບ​ໃນ​ເຂດ​ປອດການ​ທະຫານ (DMZ) ຢູ່​ເຂດ​ຊາຍ​ແດນ. ​ໃນ​ບົດ​ກ່າວ​ປາ​ໄສ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ອອກ​ຈາກ​​ແອກ​ປົກຄອງ​ຂອງ​ລ່າ​ເມືອງ​ຂຶ້ນ​ຍີ່ປຸ່ນ ​ໃນ​ແຫຼມ​ເກົາ​ຫຼີ (1910 - 1945). ທ່ານ​ນາງ​ປະ​ທາ​ນາ​ທິບໍດີ​ສ.​ເກົາ​ຫຼີ ຊີ້​ແຈ້ງວ່າ 2 ພາກ​ເກົ່າ​ຫຼີ ​ໄດ້​ຕັດ​ແຍກ​ອອກ​ຈາກ​ກັນ​ແຕ່ 68 ປີຜ່ານມາ. ປະຈຸ​ບັນ​ແມ່ນ​​ເປີດໄລຍະ​​​ໃໝ່​ໃຫ້​ແກ່​ສັນຕິພາບ ​ແລະ ການພັດທະນາ.

        ​ໃນ​ເຫດການ​ອື່ນ, ຫາງ​ສຽງ​ສາກົນ​ສືບ​ຕໍ່​ຊົມ​ເຊີຍ​ເລື່ອງ 2 ພາກ​ເກົາ​ຫຼີ ບັນລຸ​ໄດ້​ຂໍ້​ຕົກລົງ​ເປີດ​ປະຕູ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ຄື​ນ​ໃໝ່. ທ່ານ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ຖື​ວ່າ ນີ້​ແມ່ນ​ເຫດການ​ທີ່​ຕັ້ງໜ້າ ​ແລະ ຫວັງວ່າ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ​ກັບ​ຄືນ​ສູ່​ການເຄື່ອນ​ໄຫວຍິ່ງ​ໄວ້​ກໍ່​ຍິ່ງ​ດີ ​ແລະ ຈະ​ບໍ່​ຖືກ​ຢຸດ​ສະ​ງັກ​ໃນ​ອະນາຄົດ. ອາ​ເມ​ລິ​ກາ ກໍ່​ຊົມ​ເຊີຍ​ແຜນການ​​ເຄື່ອນ​ໄຫວຄືນ​ໃໝ່​ຂອງ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ​ໂດຍທັນທີ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jen Psaki ​ໃຫ້​ຮູ້​ວ່າ ​ແຕ່​ດົນ​ນານ​ມາ​ແລ້ວ ອາ​ເມ​ລິ​ກາ ​ໄດ້​ສະໜັບ​ສະໜູນ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາ​ຫຼີ ​ແລະ ສະ​ແດງ​ຄວາມ​ເບີດ​ບານ​ມ່ວນຊື່ນຕໍ່​ເລື່ອງ ສ.​ເກົາ​ຫຼີ ​ແລະ ສປປ.​ເກົາ​ຫຼີ ​ເຫັນ​ດີ​ເປີດ​ປະຕູ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ຄືນ​ໃໝ່.
ຂ່າວ/ບົດ​ອື່ນ