ປະທານາທິບໍດີ ສ.ເອກະພາບ Tanzania ສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

ປະທານາທິບໍດີ ສ.ເອກະພາບ Tanzania ສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 28/10, ທ່ານ​ປະທານາທິບໍດີ Tanzania, Jakaya Mrisho Kikwete ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ສຸ​ສານປະທານ​ໂຮ່ຈິ​ມິນ, ອານຸສາ​ວະລີ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ຖະນົນ ບັ໋ກເຊີນ. ຕໍ່​ຈາກ​ນັ້ນ, ທ່ານ​ປະທານາທິບໍດີ Tanzania ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - Tanzania, ຢ້ຽມຢາມ​ບໍລິສັ​ດຕັດຫຍິບ​ເລກ 10, ​ເຂດ​ອຸດສາຫະກຳ​ທັງ​ລອງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Jakaya Mrisho Kikwete  ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ.

ຂ່າວ/ບົດ​ອື່ນ