ປະທານາທິບໍດີ ອິດສະຣາແອນ ເປັນຄັ້ງທຳອິດໄປຢ້ຽມຢາມ UAE

(VOVWORLD) -ທ່ານ Isaac Herzog ຄາດວ່າຈະພົບປະກັບການນຳ UAE ໃນຂອບເຂດການຢ້ຽມຢາມ ຕາມຄຳເຊື້ອເຊີນຂອງເຈົ້າຟ້າຊາຍ Sheikh Mohammde bin Zayed.
ປະທານາທິບໍດີ ອິດສະຣາແອນ ເປັນຄັ້ງທຳອິດໄປຢ້ຽມຢາມ UAE - ảnh 1ທ່ານປະທານາທິບໍດີ ອິດສະຣາແອນ  Isaac Herzog. ພາບ:AFP/TTXVN

ວັນທີ 30 ມັງກອນ, ປະທານາທິບໍດີ ອິດສະຣາແອນ  ທ່ານ Isaac Herzog ເດີນທາງໄປຢ້ຽມຢາມ ສະຫະລັດ ອາຣັບ ເອມີເລດ ເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດລະຫວ່າງສອງປະເທດຢູ່ເຂດອ່າວ ໃນສະພາບຄວາມເຄັ່ງຕຶງພວມປີນຂັ້ນໄດ.  ນີ້ແມ່ນການຢ້ຽມຢາມ UAE ເປັນຄັ້ງທຳອິດຂອງທ່ານ Isaac Herzog ໃນຖານະການນຳ ອິດສະຣາແອນ ນັບແຕ່ເມື່ອທ່ານຮັບດຳລົງຕຳແຫນ່ງເມື່ອເດືອນ ກໍລະກົດປີ 2021.

ທ່ານ Isaac Herzog ຄາດວ່າຈະພົບປະກັບການນຳ UAE ໃນຂອບເຂດການຢ້ຽມຢາມ ຕາມຄຳເຊື້ອເຊີນຂອງເຈົ້າຟ້າຊາຍ Sheikh Mohammde bin Zayed. ທ່ານ Isaac Herzog ສະແດງຄວາມຊົມເຊີຍຄວາມມານະພະຍາຍາມຂອງເຈົ້າຟ້າຊາຍ UAE ໃນການສ້າງຂໍ້ຕົກລົງສັນຕິພາບກັບ ອິດສະຣາແອນ ພ້ອມທັງສົ່ງສານເຖິງທົ່ວພາກພື້ນ ຕາເວັນອອກກາງ ວ່າສັນຕິພາບ ແມ່ນມາດຕະການຫນຶ່ງດຽວນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ