ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ລາ​ແອັນ ​ຢ້ຽມ​ຢາມ Bahrain ເປັນ​ຄັ້ງ​ທຳ​ອິດ

(VOVWORLD) -ວັນທີ 4 ທັນວາ, ແຈ້ງການຂອງຫ້ອງວ່າການປະທານາທິບໍດີ ອິດສະລາແອັນຢັ້ງຢືນວ່າ ທ່ານ Isaac Herzog ໄດ້ໄປຮອດ Bahrain ແລ້ວ ເພື່ອທຳການຢ້ຽມຢາມ Bahrain ທາງລັດຖະກິດເປັນຄັ້ງທຳອິດໃນປະຫວັດສາດ ໃນຖານະເປັນປະທານາທິບໍດີ ອິດສະລາແອັນ.
ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ລາ​ແອັນ ​ຢ້ຽມ​ຢາມ Bahrain ເປັນ​ຄັ້ງ​ທຳ​ອິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Bahrain Abdullatif bin Rashid Al-Zayani ຕ້ອນຮັບທ່ານປະທານາທິບໍດີ ອິດສະລາແອັນ Isaac Herzog (ພາບ: Amos Ben Gershom/ GPO)

ການພົວພັນລະຫວ່າງ ອິດສະລາແອັນ ແລະ Bahrain ໄດ້ຮັບການປັບປຸງນັບແຕ່ເວລາສອງປະເທດເຂົ້າຮ່ວມສັນຍາ Abraham, ເຊິ່ງໄດ້ລົງນາມໃນເດືອນກັນຍາ ປີ 2020 ເພື່ອແນໃສ່ຫັນການພົວພັນລະຫວ່າງ ອິດສະລາແອັນ ແລະ ບັນດາປະເທດອິດສະລາມ/ເຂດອ່າວເປີເຊຍ ເປັນປົກກະຕິ, ໃນນັ້ນ ອາເມລິກາຮັກສາບົດບາດເປັນກາງຫຼັກແຫຼ່ງ. ກ່ອນໜ້ານັ້ນ, ມີພຽງແຕ່ປະເທດ ເອຢິບ ແລະ ຈໍແດນ ແມ່ນ ສອງປະເທດໃນກຸ່ມທີ່ມີການພົວພັນກັບ ອິດສະລາແອັນ.

ພາຍຫຼັງໄດ້ລົງນາມຂໍ້ຕົກລົງ Abraham, ການແລກປ່ຽນການຄ້າ ລະຫວ່າງ ອິດສະລາແອັນ ແລະ Bahrain ກໍ່ມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ບັນລຸ 7,5 ລ້ານ USD ໃນປີ 2021. ໃນນັ້ນ, ການສົ່ງອອກຂອງ ອິດສະລາແອັນ ກວມເອົາປະມານ 4 ລ້ານ USD, ເປັນຕົ້ນແມ່ນຜະລິດຕະພັນ: ຫີນປະເສີດ, ເພັດ, ທາດເຄມີອຸດສາຫະກຳ, ພາຫະນະເຄື່ອງຈັກ.

ຕອບກັບ

ຂ່າວ/ບົດ​ອື່ນ