ປະທານາທິບໍດີ ອິນເດຍ Ram Nath Kovind ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

(VOVWORLD) -  ຕອນຄ່ຳວັນທີ 20 ພະຈິກ, ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ແຕ່ວັນທີ 18-20 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຢ່າງຈົບງາມ.
ປະທານາທິບໍດີ ອິນເດຍ Ram Nath Kovind ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອິນເດຍ Ram Nath Kovind

ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ໄດ້ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ; ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານເລຂາຄະນະພັກນະຄອນ ດາໜັງ ເຈືອງກວາງເຫງຍ; ກ່າວຄຳເຫັນທີ່ກອງປະຊຸມສະພາແຫ່ງຊາດ ຫວຽດນາມ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ, ພົບປະໂອ້ລົມກັບປະຊາຄົມຊາວອິນເດຍຢູ່ ຫວຽດນາມ; ຢ້ຽມຢາມນະຄອນດາໜັງ ແລະ ເຂດປູສະນີຍະສະຖານ ໝີເຊີນ, ມໍລະດົກວັດທະນະທຳໂລກ ທີ່ອົງການ UNESCO ໄດ້ຮັບຮອງຢູ່ ແຂວງກວ໋າງນາມ. ທີ່ບັນດາການພົບປະ, ສອງຝ່າຍເຫັນດີເປັນເອກະພາບຮັກສາບັນດາການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ໃນບັນດາຊ່ອງທາງພັກ, ລັດ, ລັດຖະບານ, ອົງການນິຕິບັນຍັດ, ທ້ອງຖິ່ນ ແລະ ແລກປ່ຽນປະຊາຊົນ ຢ່າງເປັນປົກກະຕິ; ພ້ອມນັ້ນກໍ່ຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ບັນດາເອກະສານທີ່ໄດ້ລົງນາມຢ່າງມີປະສິດທິຜົນ.

ເນື່ອງໃນໂອກາດມາຢ້ຽມຢາມ, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ອິນເດຍ ກ່ຽວກັບການຢ້າມຢາມທາງລັດຖະກິດ ຢູ່ຫວຽດນາມ ຂອງ ທ່ານ Ram Nath Kovind, ປະທານາທິບໍດີ ແຫ່ງ ສາທາລະນະລັດອິນເດຍ ແລະ ພັນລະຍາ”.

ຕອບກັບ

ຂ່າວ/ບົດ​ອື່ນ