ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຕີ​ລາຄາ 4 ເປົ້າ​ໝາຍ​ໃຫຍ່​ທີ່​ບັນ​ລຸໄດ້​ຢູ່ກອງ​ປະ​ຊຸມ G20

(VOVWORLD) -ທ່ານປະທານາທິບໍດີ ອິນໂດເນເຊຍ ກໍ່ເນັ້ນໜັກເຖິງຜົນສຳເລັດຂອງກອງປະຊຸມ G20 ເມື່ອການນຳທີ່ເຂົ້າຮ່ວມເປີດທຸກຄົນໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ແລະ ມາດຕະການຟື້ນຟູໃນໄລຍະຫຼັງໂຄວິດ - 19.
ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຕີ​ລາຄາ 4 ເປົ້າ​ໝາຍ​ໃຫຍ່​ທີ່​ບັນ​ລຸໄດ້​ຢູ່ກອງ​ປະ​ຊຸມ G20 - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: Kyodo/TTXVN)

ພາຍຫຼັງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ອັດລົງໃນວັນທີ 16 ພະຈິກ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເນັ້ນໜັກວ່າ ກອງປະຊຸມບັນລຸໄດ້ 4 ເປົ້າໝາຍໃຫຍ່ ແລະ ນີ້ແມ່ນກາລະໂອກາດທີ່ດີເພື່ອຊຸກຍູ້ການພັດທະນາບັນດາປະເທດໃນທົ່ວໂລກ.

ການນຳອິນໂດເນເຊຍ ຊີ້ແຈ້ງ 4ເປົ້າໝາຍໃຫຍ່ ລວມມີ: ທີໜຶ່ງ ກອງປະຊຸມ G20 ໄດ້ສ້າງຕັ້ງກອງທຶນປ້ອງກັນຕ້ານໂລກລະບາດ ມີມູນຄ່າ 1,5 ຕື້ USD. ທີສອງ, ກອງທຶນເງິນຕາສາກົນ (IMF)ໄດ້ສ້າງຕັ້ງກອງທຶນ ກ່ຽວກັບຄວາມສາມາດໃນການຟື້ນຟູ ແລະ ຍືນຍົງ (RST) ດ້ວຍຍອດມູນຄ່າ 81,6 ຕື້ USD ເພື່ອຊ່ວຍບັນດາປະເທດທີ່ມີຄວາມສ່ຽງສູງ ຕໍ່ໜ້າວິກິດການ. ທີສາມ, ຢູ່ນອກກອງປະຊຸມ G20, ອາເມລິກາ, G7 ແລະ ບັນດາຄູ່ຮ່ວມມືສາກົນ (IPG - ລວມມີ ການາດາ, ແດນມາກ, EU, ຝລັ່ງ, ເຢຍລະມັນ, ອີຕາລີ, ນອກແວ ແລະ ອັງກິດ) ໄດ້ເຫັນດີເປັນເອກະພາບລະດົມເງິນຈຳນວນ 20 ຕື້ USD ຜ່ານການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານທີ່ມີຄວາມສະເໝີພາບ (JETP) ເພື່ອແນໃສ່ໜູນຊ່ວຍອິນໂດເນເຊຍ ຍູ້ໄວວິວັດການຫັນປຽນພະລັງງານຢູ່ປະເທດນີ້. ສຸດທ້າຍ, ບັນດາປະເທດ ສະມາຊິກ G20 ໃຫ້ຄຳໝັ້ນສັນຍາຈະຫຼຸດຜ່ອນສະພາບທີ່ດິນຮົກເຮື້ອເປົ່າວ່າງ 50% ດ້ວຍຄວາມສະຫມັກໃຈ. ທ່ານປະທານາທິບໍດີ ອິນໂດເນເຊຍ ກໍ່ເນັ້ນໜັກເຖິງຜົນສຳເລັດຂອງກອງປະຊຸມ G20 ເມື່ອການນຳທີ່ເຂົ້າຮ່ວມເປີດທຸກຄົນໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ແລະ ມາດຕະການຟື້ນຟູໃນໄລຍະຫຼັງໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ