ປະທານາທິບໍດີ ອິນໂດເນເຊຍ ປະກາດ ຄະນະລັດຖະບານໃໝ່

ປະທານາທິບໍດີ ອິນໂດເນເຊຍ ປະກາດ ຄະນະລັດຖະບານໃໝ່ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 26/10, ທ່ານ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ຄົນ​ໃໝ່ Joko Widodo ​​ໄດ້​ປະກາດ​ຄະນະລັດຖະບານ​ໃໝ່ ພາຍຫຼັງຖືກໂຈະ​ໄຫວ້​ເປັນ​ເວລາ​ຫຼາຍ​ວັນ. ຕາມ​ນັ້ນ​ແລ້ວ, ​ອະດີດ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ ປະຈຳ​ໂຮ​ນລັງ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ. ນີ້​ແມ່ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍິງ​ຄົນທຳ​ອິດ ​ແລະ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ເຈົ້າໜ້າ​ທີ່​ຍິງ 8 ຄົນ​ໃນ​ຄະນະລັດຖະບານ​ຄັ້ງ​ນີ້. ທ່ານ Bambang Brodjonegoro ​ໄດ້​ຮັກສາ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ທ່ານ Sofyan Djalil ​ເປັນ​ລັດຖະມົນຕີ​ກະຊວງ​ເສດຖະກິດ. ນີ​້ແມ່ນ​ລັດຖະມົນຕີ 2 ຄົນທີ​່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ໃນ​ການ​ຊຸກຍູ້ພື້ນຖານ​ເສດຖະກິດ. ທ່ານ​ນາງ Puan Maharini, ລູກ​ສາວ​ຂອງ​ທ່ານ​ອະດີດ​ປະທານາທິບໍດີ Megawati Sukarnoputri, ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນລັດຖະມົນຕີ​ກະຊວງ​ສະຫວັດ​ດີ​ການ​ສັງຄົມ. ທ່ານ Rini Soemarno ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີ​ກະຊວງ​ວິ​ສາ​ສາ​ຫະກິດ​ຂອງ​ລັດ ​ແລະ ທ່ານ​ອະດີດ​ເສນາ​ທິການ​ໃຫຍ່ Ryamizard Ryacudu ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ຂ່າວ/ບົດ​ອື່ນ