ປະທານາທິບໍດີ ອິນໂດເນເຊຍ ເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ  - ອິນໂດເນເຊຍ
ປະທານາທິບໍດີ ອິນໂດເນເຊຍ ເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ - ảnh 1ທ່ານ Luhut Binsar Pandjaitan ແລະ ທ່ານ ຫງວຽນຊວນຟຸກ

ຕອນບ່າຍວັນທີ 28 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Luhut Binsar Pandjaitan, ລັດຖະມົນຕີຜູ້ປະສານງານທະເລ ອິນໂດເນເຊຍ ພວມມີການຢ້ຽມຢາມ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ  - ອິນໂດເນເຊຍ ພວມພັດທະນາອັນດີງາມທີ່ສຸດ, ຖືນີ້ແມ່ນພື້ນຖານເພື່ອພັດທະນາໃນການພົວພັນຂອງ 2 ປະເທດທີ່ຍັງໃຫຍ່ຫຼວງຍ້ອນວ່າທັງ ຫວຽດນາມ ແລະ ອິນໂດເນເຊຍ ລ້ວນແຕ່ມີພົນລະເມືອງຫຼາຍຢືນອັນດັບສອງໃນກຸ່ມ ອາຊຽນ.

        ສ່ວນ ທ່ານ Luhut Binsar Pandjaitan, ລັດຖະມົນຕີຜູ້ປະສານງານທະເລ ອິນໂດເນເຊຍ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາແບບຢ່າງເຊິ່ງ ອິນໂດເນເຊຍ ອາດຈະຮ່ຳຮຽນຕາມໃນການພັດທະນາເສດຖະກິດ, ສັງຄົມ. ທ່ານລັດຖະມົນຕີ Luhut Binsar Pandjaitan ໃຫ້ຮູ້ວ່າ: ເດືອນຕຸລາ ຈະມາເຖິງ, ຢູ່ ບາລີ, ປະເທດ ອິນໂດເນເຊຍ ຈະຈັດຕັ້ງກອງປະຊຸມປະຈຳປີຂອງ IMF ແລະ WBF, ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຍົກອອກຂໍ້ລິເລີ່ມຈະຈັດຕັ້ງກອງປະຊຸມບັນດາການນຳ ອາຊຽນ ຢູ່ນອກກອງປະຊຸມ ແລະ ຫວັງວ່າບັນດາການນຳ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມນີ້. ທ່ານລັດຖະມົນຕີ Luhut Binsar Pandjaitan ໄດ້ສົ່ງຈົດໝາຍເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ ເຖິງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມຂອງປະຊຸມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ