ປະທານາທິບໍດີ ອີຢິບ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 7 ກັນຍາ, ທ່ານປະທານາທິບໍດີ ອີຢິບ Abdel – Fattah El- Sisi ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 6 -7 ກັນຍາ ປີ 2017, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ.
ປະທານາທິບໍດີ ອີຢິບ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ - ảnh 1 ທ່ານປະທານາທິບໍດີ ອີຢິບ Abdel – Fattah El- Sisi ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ, ໄດ້ຊີ້ແຈ້ງວ່າ: 2 ຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນແຫ່ງການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງປະທານາທິບໍດີ ອີຢີບ, ຖືນີ້ແມ່ນຂີດໝາຍສຳຄັນໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອີຢິບ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Abdel – Fattah El- Sisi ພ້ອມກັນແລກປ່ຽນກ່ຽວກັບການພົວພັນ 2 ປະເທດໃນທຸກໆຂົງເຂດ. 2 ຝ່າຍເຫັນດີເປັນເອກະພາບກັນຈັດຕັ້ງບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018. ການນຳ 2 ທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ຢືນຢັນຄວາມສຳຄັນໃນການເພີ່ມທະວີການຮ່ວມມືສາກົນກ່ຽວກັບການຕ້ານການກໍ່ການຮ້າຍ. ສອງຝ່າຍກໍ່ຢືນຢັນຄວາມປາດຖະໜາ ແລະ ການຕັດສິນໃຈຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ທະເລໃຫ້ເໝາະສົມກັບບັນດາຫຼັກການຂອງກົດໝາຍສາກົນ ທີ່ລະບຸໄວ້ໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ