ປະທານາທິບໍດີ ອີຢີບ ເຊັນດຳລັດປະຕິບັດລັດຖະທຳມະນູນສະບັບໃຫມ່

ປະທານາທິບໍດີ ອີຢີບ ເຊັນດຳລັດປະຕິບັດລັດຖະທຳມະນູນສະບັບໃຫມ່ - ảnh 1
ປະທານາທິບໍດີ ອີ​ຢີບ Mohamed Morsi
ພາບ:internet


(vovworld) -ວັນ​ທີ 26/12, ປະທານາທິບໍດີ ອີ​ຢີບ Mohamed Morsi ​ໄດ້​ເຊັນ​ດຳລັດ​ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ໃຫມ່ ພາຍຫລັງ​ມື້ຫນຶ່ງ​ທີ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູງ​ສຸດ​ຂອງ​ປະ​ເທດ​ນີ້​ຮັບ​ຮູ້​ວ່າ ມີ​ຈຳນວນຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕັ້ງ​ຂອງ​ອີ​ຢີບ ເກືອບ 64% ​ໄດ້​ເຂົ້າ​ຮ່ວມ​ມການ​ລົງ​ປະຊາ​ມະຕິ​ຜ່ານ​ມາ​ໄດ້​ສະຫນັບສະຫນູນ​ຮ່າງ​ລັດຖະທຳ​ມະນູນ. ລັດຖະທຳ​ມະນູນ​ສະບັບ​ໃຫມ່​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ປະກາດ​ຜ່ານບັນດາ​ຫນັງສືພິມ​ຕົ້ນຕໍ​ຂອງ​ປະ​ເທດ​ນີ້. ​ໃນ​ວັນ​ດຽວ​ກັນ, ສະພາ​ສູງ ອີ​ຢີບ ​ໂດຍ​ກຳລັງ​ອິດສະ​ລາມ​ຄວບ​ຄຸມ ​ໄດ້​ຈັດການ​ປະຊຸມ​ເພື່ອ​ໃຫ້​ສະມາຊິກ​ໃຫມ່ 90 ທ່ານ ​ໂດຍ​ທ່ານ​ປະທານາທິບໍດີ Morsi ບົ່ງ​ຕົວ​ ​ດຳ​ເນີນ​ພິທີ​ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ. ສະພາ​ສູງ​ຈະ​ຮຽບຮຽງ​ຮ່າງ​ກົດໝາຍ​ກ່ຽວກັບ​ການ​ເລືອກ​ຕັ້ງ​ອົງການ​ນິຕິບັນຍັດ​ເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ຕຳ່ ຊຶ່ງ​ຄາດ​ວ່າ​ດຳ​ເນີນ​ໄປ​ໃນ​ທ້າຍ​ເດືອນ 2/2013.

 

 

ຂ່າວ/ບົດ​ອື່ນ