ປະທານາທິບໍດີ ອີຢິບ ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ

(VOVWORLD) - ວັນທີ 7 ສິງຫາ, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ດ້ວຍບົດບາດໜ້າທີ່ແມ່ນອົງການຈັດຕັ້ງບັນດາການເລືອກຕັ້ງ ແລະ ລົງປະຊາມະຕິຢູ່ປະເທດນີ້. 
ປະທານາທິບໍດີ ອີຢິບ ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ - ảnh 1 ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi

ຕາມມາດຕາ 37 ຂອງກົດໝາຍສະບັບນີ້, ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາເມື່ອວັນທີ 21 ມິຖຸນາ, NEC ຈະແມ່ນອົງການເອກະລາດ ມີຄວາມຮັບຜິດຊອບດຳເນີນບັນດາການເລືອກຕັ້ງທົ່ວປະເທດ ແລະ ລົງປະຊາມະຕິຢູ່ ອີຢິບ. ກົດໝາຍສະບັບໃໝ່ນີ້ ໄດ້ກຳນົດວ່າ ຫົວໜ້າສານດີກາ ຈະເປັນປະທານ NEC. ບົດລາຍງານຂອງຄະນະກຳມະການປະຕິຮູບຕຸລາການ ໃຫ້ຮູ້ຕື່ມອີກວ່າ, ຄະນະບໍລິຫານ NEC ຈະລວມມີສະມາຊິກ 10 ຄົນ, ມີຫົວໜ້າຜູ້ໜຶ່ງ ແລະ ຜູ້ພິພາກສາຂັ້ນສູງ 9 ຄົນ. ດ້ວຍອາຍຸການ 6 ປີ, ທຸກໆພາກສ່ວນໃນຄະນະບໍລິຫານ NEC ຈະໂດຍສະພາຜູ້ພິພາກສາສູງສຸດເລືອກເຟັ້ນ ແລະ ໂດຍປະທານາທິບໍດີ ໃຫ້ສັດຕະຍາບັນ.

ຕອບກັບ

ຂ່າວ/ບົດ​ອື່ນ