ປະທານາທິບໍດີ ອີຣານ ເສຍຊີວິດໃນອຸບັດຕິເຫດເຮືອບິນເຮລີກອບເຕີຕົກ

(VOVWORLD) - ຂໍ້ມູນຂ່າວກ່ຽວກັບເຫດການທ່ານ Ebrahim Raisi ເສຍຊີວິດ ໂດຍທ່ານຮອງປະທານາທິບໍດີ ອີຣານ Mohsen Mansouri ແລະ ສຳນັກຂ່າວສານແຫ່ງລັດ ອີຣານ ຫຼາຍແຫ່ງ (Tasnim, Mehr) ຢັ້ງຢືນໃນຕອນເຊົ້າວັນທີ 20 ພຶດສະພາ, ພາຍຫຼັງຫຼາຍຊົ່ວໂມງຊອກຫາຢູ່ບໍລິເວນເຮືອບິນຕົກ.
ປະທານາທິບໍດີ ອີຣານ ເສຍຊີວິດໃນອຸບັດຕິເຫດເຮືອບິນເຮລີກອບເຕີຕົກ - ảnh 1ທ່ານ Ebrahim Raisi ໃນບົດປາໄສປະຈຳປີອອກອາກາດທົ່ວປະເທດຢູ່ ເຕເຮຣານ ໃນວັນທີ 20 ມີນາ 2024
(ພາບ: AFP/TTXVN)

ວັນທີ 20 ພຶດສະພາ, ສື່ມວນຊົນແຫ່ງລັດ ອີຣານ, ໄດ້ຢັ້ງຢືນວ່າ ປະທານາທິບໍດີ ປະເທດນີ້, ທ່ານ Ebrahim Raisi ພ້ອມກັບຄະນະຕິດຕາມ, ໃນນັ້ນມີທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ເສຍຊີວິດໃນເຫດເຮືອບິນ ເຮລີກອບເຕີຕົກຢູ່ບໍລິເວນທາງທິດຕາເວັນຕົກພາກເໜືອຂອງປະເທດນີ້.

        ຂໍ້ມູນຂ່າວກ່ຽວກັບເຫດການທ່ານ Ebrahim Raisi ເສຍຊີວິດ ໂດຍທ່ານຮອງປະທານາທິບໍດີ ອີຣານ Mohsen Mansouri ແລະ ສຳນັກຂ່າວສານແຫ່ງລັດ ອີຣານ ຫຼາຍແຫ່ງ (Tasnim, Mehr) ຢັ້ງຢືນໃນຕອນເຊົ້າວັນທີ 20 ພຶດສະພາ, ພາຍຫຼັງຫຼາຍຊົ່ວໂມງຊອກຫາຢູ່ບໍລິເວນເຮືອບິນຕົກ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ພຶດສະພາ, ເຮືອບິນເຮລີກອບເຕີໂດຍສານທ່ານປະທານາທິບໍດີ ອີຣານ Ebrahim Raisi ພ້ອມກັບຄະນະຕິດຕາມ, ໃນນັ້ນມີທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian, ໄດ້ຂາດການຕິດສື່ສານໂດຍບັງເອີນ ໃນຂະນະພວມເດີນທາງຈາກ Khoda Afarin, ບ່ອນທ່ານ Raisi ເຂົ້າຮ່ວມພິທີເປີດສະຫຼອງຄອງເໝືອງກັບຄູ່ຕຳແໜ່ງ ອາເຊັກໄບຢານ Ilham Aliyev, ໄປຍັງເມືອງເອກຂອງແຂວງ Tabriz, ພາຍຫຼັງມີຂ່າວກ່ຽວກັບການເສຍຊີວິດຂອງທ່ານ Ebrahim Raisi ໄດ້ຢັ້ງຢືນ, ປະຊາຊົນ ອີຣານ ຫຼາຍຄົນໄດ້ສະແດງຄວາມເສົ້າສະລົດໃຈ ແລະ ອາໄລອາວອນ:

        “ນີ້ແມ່ນຂ່າວເສົ້າສະລົດໃຈ, ບໍ່ພຽງແຕ່ສຳລັບຂ້າພະເຈົ້າເທົ່ານັ້ນ, ຫາກຍັງສຳລັບປະຊາຊົນຫຼາຍຄົນຢູ່ປະເທດນີ້ອີກດ້ວຍ. ເພິ່ນເປັນປະທານາທິບໍດີໂດຍປະຊາຊົນ ອີຣານ ເລືອກຕັ້ງ, ທ່ານເຄື່ອນໄຫວເປັນຢ່າງດີ ແລະ ຕິດຕາມວຽກງານປະຈຳວັນ. ພວກຂ້າພະເຈົ້າເສຍໃຈຫຼາຍ”

          “ນີ້ແມ່ນຄວາມເສຍຫາຍໃຫຍ່ຫຼວງ. ຈະມີບາງວຽກງານຖືກໂຈະໄວ້, ຫວັງວ່າ ທຸກໆວຽກງານຈະຄ່ອຍໆໄດ້ຮັບການຄວບຄວມ”

            ໂດຍປະຕິກິລິຍາຕໍ່ເລື່ອງທ່ານປະທານາທິບໍດີ ອີຣານ Ebrahim Raisi ເສຍຊີວິດໃນອຸບັດຕິເຫດເຮືອບິນເຮລີກອບເຕີຕົກ, ການນຳຫຼາຍປະເທດຄື: UAE, ກາຕາ, ຕວກກີ, ອິນເດຍ, ລັດເຊຍ, ຈີນ… ໄດ້ສະແດງຄວາມເສົ້າສະຫຼົດໃຈ. Lebanon ປະກາດໄວ້ທຸກລະດັບຊາດເປັນເວລາ 5 ວັນ ນັບແຕ່ວັນທີ 20 ພຶດສະພາ ເພື່ອໄວ້ອາໄລທ່ານ Raisi.

ຕອບກັບ

ຂ່າວ/ບົດ​ອື່ນ