ປະທານາທິບໍດີ ອາບການິດສະຖານ ກ່າວປະນາມເຫດວາງລະເບີດສະຫຼະຊີບຢູ່ນະຄອນຫລວງ Kabul

(VOVWORLD) - ວັນທີ 18 ສິງຫາ, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ໄດ້ກ່າວປະນາມເຫດບຸກໂຈມຕີທີ່ແນໃສ່ງານດອງຢູ່ນະຄອນຫລວງ Kabul ໃນຕອນຄ່ຳວັນທີ 17 ສິງຫາ, ເຮັດໃຫ້ຢ່າງໜ້ອຍສຸດມີ 63 ຄົນເສຍຊີວິດ ແລະ ກ່ວາ 180 ຄົນຮັບບາດເຈັບ. 

ການນຳ ອາບການິດສະຖານ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວທີ່ມີຜູ້ເສຍຊີວິດ. ທ່ານປະທານາທິບໍດີ Ashraf Ghani ໃຫ້ຮູ້ວ່າ: ບຸລິມະສິດແຖວໜ້າຂອງລັດຖະບານ ອາບການິດສະຖານ ໃນເວລານີ້ແມ່ນຕິດຕໍ່, ຢ້ຽມຢາມຖາມຂ່າວຄອບຄົວບັນດາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີສະຫຍົດສະຫຍອງນີ້.

ປະທານາທິບໍດີ ອາບການິດສະຖານ ກ່າວປະນາມເຫດວາງລະເບີດສະຫຼະຊີບຢູ່ນະຄອນຫລວງ Kabul - ảnh 1 ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani (ພາບ: AFP/TTXVN)

        ວັນທີ 18 ສິງຫາ, ໃນຖະແຫຼງການສະບັບໜຶ່ງ, ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ໄດ້ຍອມຮັບເປັນຕົວການທີ່ໄດ້ກໍ່ເຫດວິນາດສະກຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ