ປະທານາທິບໍດີ ອາບການິດສະຖານ ຮຽກຮ້ອງບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມການເຈລະຈາສັນຕິພາບກັບ ຕາລີບານ

(VOVWORLD) - ວັນທີ 26 ເມສາ, ທ່ານປະທານາທິບໍດີ ອາບການິດສະຖານ Mohammad Ashraf Ghani ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເຂົ້າຮ່ວມວິວັດທະນາການເຈລະຈາສັນຕິພາບກັບກຳລັງ ຕາລີບານ. 
ປະທານາທິບໍດີ ອາບການິດສະຖານ ຮຽກຮ້ອງບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມການເຈລະຈາສັນຕິພາບກັບ ຕາລີບານ - ảnh 1ທ່ານປະທານາທິບໍດີ ອາບການິດສະຖານ Mohammad Ashraf Ghani  ພາບ: AFP/TTXVN

ທີ່ກອງປະຊຸມຂອງສະພາແຫ່ງຊາດຢູ່ນະຄອນຫລວງ Kabul, ທ່ານປະທານາທິບໍດີ ອາບການິດສະຖານ Mohammad Ashraf Ghani ໃຫ້ຮູ້ວ່າ: ໄດ້ນຳສະເໜີແຜນການສັນຕິພາບ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດແຜນການດັ່ງກ່າວ. ທ່ານ Mohammad Ashraf Ghani ໄດ້ຊີ້ແຈ້ງວ່າ ແຜນການນີ້, ຈະບໍ່ມີຂໍ້ຕົກລົງ ຫຼື ຮອບເຈລະຈາສັນຕິພາບໃດໆ ໄດ້ຮັບການຮັບຮອງເອົາ ໂດຍປາສະຈາກຄວາມເຫັນດີຈາກສະພາແຫ່ງຊາດ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດຊຸດໃໝ່ ນັບແຕ່ພາຍຫລັງດຳເນີນການເລືອກຕັ້ງສະພາແຫ່ງຊາດທີ່ເກີດການໂຕ້ຖຽງກັນໃນເດືອນ ຕຸລາ 2018.

 

ຕອບກັບ

ຂ່າວ/ບົດ​ອື່ນ