ປະທານາທິບໍດີ ອາເມລິກາ Barack Obama ເລີ່ມຕົ້ນການຢ້ຽມຢາມ ອາຊີ

ປະທານາທິບໍດີ ອາເມລິກາ Barack Obama ເລີ່ມຕົ້ນການຢ້ຽມຢາມ ອາຊີ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາງ H. Clinton
ຢ້ຽມຢາມ ວັດ​ພໍ
ພາບ:Reuters


(vovworld) - ວັນ​ທີ 17/11, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​ຢ້ຽມຢາມ ສາມ​ປະ​ເທດ ຄື: ​ໄທ, ມ້ຽນ​ມາ ​ແລະ ກຳປູ​ເຈຍ. ​ເລື່ອງ​ທ່ານ Obama ເລືອກເຟັ້ນ 3 ປະເທດ ຂຶ້ນກັບພາກພື້ນອາຊີຕາເວັນອອກສຽງໃຕ້ ໃນການໄປຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ ​ນັບ​ແຕ່​ເມື່ອ​ທ່ານ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ​ອາຍຸ​ການ​ທີ​ສອງ ຊື່​ງ​ໄດ້​ຮັບ​ຖື​ວ່າ ​ ​​ແມ່ນເລັ່ງ​ໃສ່​ການ​ຫັນ​ທິດ​ສຸມ​ໃສ່ຍຸດ​ທະ​ສາດ​ຂອງ ອ​າ​ເມ​ລິ​ກາ ​ເຂົ້າ​ອາຊີ - ປາຊີ​ຟີ​ກ. ຕາມ​ແຜນການ​ແລ້ວ, ທ່ານ​ປະ​ທານາ​ທິບໍດີ ອາ​ເມ​ລິ​ກາ Obama ຢ້ຽມຢາມ ​ໄທ ​ແລະ ມ້ຽນ​ມາ ກ່ອນ​​ໄປ​ຢ້ຽມຢາມ ກຳປູ​ເຈຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ສອດ ອາຊີ​ຕາ​ເວັນ​ອອກ. ນັກ​​ໄຈ້​ແຍກສາກົນ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ຢ້ຽມຢາມ​ມ້ຽນ​ມາ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ ອາຊີ ຄັ້ງ​ນີ້​ຂອງ​ທ່ານ​ປະທານາທິບໍດີ Barack Obama. ວັນ​ທີ 16/11 ກ່ອນ​ການ​ຢ້ຽມຢາມ ອາຊີ ຂອງ​ທ່ານ ປະທານາທິບໍດີ Barack Obama , ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ​ໄດ້​ປະກາດ​ຍົກ​ເລິກ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ສິນຄ້າ​ຈາກ ມ້ຽນ​ມາ ​ເພື່ອ​ສະຫນັບສະຫນູນ ​ແລະ ສົ່ງ​ເສີມ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຂອງ​ອຳນາດ​ການ​ປົກຄອງ Nay Pi Taw ກໍ່​ຄື          ​ເປ​ີດກາລະ​ໂອກາດ​ໃຫມ່​ສຳລັບ​ວົງ​ການ​ນັກ​ທຸລະ​ກິດ​ຂອງ​ສອງ​ປະ​ເທດ. ຄາດ​ວ່າ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ຈະ​ໄປ​ຢ້ຽມຢາມ ກຳປູ​ເຈຍ ​ໃນ​ວັນ​ທີ 19 -20/11 ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີ ຕາ​ເວັນ​ອອກ ​ແລະ ກອງ​ປະຊຸມ​ສຸດ​ຍອດ ອາ​ເມ​ລິ​ກາ - ອາ​ຊຽນ.

ຂ່າວ/ບົດ​ອື່ນ