ປະທານາທິບໍດີ ອາເມລິກາ Barack Obama ເລີ່ມຕົ້ນອາຍຸການທີ 2 ຢ່າງເປັນທາງການ

ປະທານາທິບໍດີ ອາເມລິກາ Barack Obama ເລີ່ມຕົ້ນອາຍຸການທີ 2 ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ດຳ​ເນີນ​ພິທີ​ສະບານ​ຮັບ​ດຳລົງ​ຕຳ​ແໜ່​ງ
(ພາບ: AP.)

(vovworld) - ວັນ​ທີ 20/1, ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເລີ່​ມຕົ້ນ​ອາ​ຍຸ​ການ 4 ປີ ຄັ້ງ​ທີ 2, ນັບ​ແຕ່​ວັນ​ທີ 20/1/2013 ຮອດ ວັນ​ທີ 20/1/2017 ຢ່າງ​ເປັນ​ທາງ​ການ. ທ່ານ Obama, ອາຍຸ 51 ປີ, ​ໄດ້​ດຳ​ເນີນ​ພິທີ​ສະບານ​ຮັບ​ດຳລົງ​ຕຳ​ແໜ່​ງຕໍ່​ໜ້າ​ປະທານ​ສານ​ສູງ​ສຸດ ທ່ານ John Robert ​ໃນ​ເວລາ 11 ​ໂມງ 55 ນາທີ, ກ່ອນ​ທີ່​ໝົດອາຍຸ​ການ​ທຳ​ອິດ​ຕາມ​ລັດຖະທຳ​ມະນູນ 5 ນາທີ. ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ປະທານາທິບໍດີ Joe Biden, ​ອາຍ​ຸ 70 ປີ, ກໍ່​ໄດ້​ສະບາ​ນຕົວ​ຮັບ​ດຳລົງ​ຕຳ່​ແໜ່​ງຕໍ່ໜ້າ​ຜູ້​ພິພາກສາ​ສານ​ສູງ​ສຸດ Sonia Sotamayor ທີ່​ທຳນຽບຂອງ​ຮອງ​ປະທານາທິບໍດີ ຢູ່ ນະຄອນຫຼວງ ວໍ​ຊິງ​ຕັນ. ພິທີ​ຮັບ​ດຳລົງ​ຕຳ​​ແໜ່​ງຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ Obama ​ແລະ ທ່ານ Biden ຈະ​ຖືກ​ດຳ​ເນີນ​ຢູ່ ສຳນັກງານ​ສະພາ​ແຫ່ງ​ຊາດ ດ້ວຍ​ແຂກ​ເຂົ້າຮ່ວມ​ປະມານ 1.600 ທ່ານ.
ຂ່າວ/ບົດ​ອື່ນ