ປະທານາທິບໍດີ ອາເມລິກາ Donald Trump ປາດຖະໜາຢາກປັບປຸງການພົວພັນກັບລັດເຊຍ

(VOVWORLD) - ວັນທີ 6 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Rex Tillerson ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Donald Trump ໄດ້ຮຽກຮ້ອງໃຫ້ທ່ານສ້າງການພົວພັນ ອາເມລິກາ - ລັດເຊຍ ຄືນໃໝ່, ພ້ອມທັງບໍ່ອະນຸຍາດໃຫ້ສະພາບການສັບສົນການເມືອງ ກ່ຽວຂ້ອງເຖິງຄຳກ່າວຫາ ມົດສະກູ ແຊກແຊງເຂົ້າການເລືອກຕັ້ງຢູ່ ອາເມລິກາ ໃນປີ 2016 ໄດ້ກີດຂວາງຄວາມມານະພະຍາຍາມປັບປຸງການພົວພັນນີ້. 
ປະທານາທິບໍດີ ອາເມລິກາ Donald Trump ປາດຖະໜາຢາກປັບປຸງການພົວພັນກັບລັດເຊຍ - ảnh 1 ທ່ານປະທານາທິບໍດີ Donald Trump

ກ່າວຄຳເຫັນຕໍ່ວົງການນັກຂ່າວ ໃນຂອບເຂດການຢ້ຽມຢາມນະຄອນຫຼວງ Wellington ຂອງນິວຢິແລນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Tillerson ໃຫ້ຮູ້ວ່າ: ການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ໄດ້ຕົກສູ່ລະດັບຕ່ຳສຸດ ແລະ ນັບມື້ນັບຮ້າຍແຮງກ່ວາອີກ ແລະ ທ່ານປະທານາທິບໍດີ ອາເມລິກາ ໄດ້ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມເຮັດໃຫ້ການພົວພັນ 2 ຝ່າຍ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈສຳລັບ ລັດເຊຍ. ທ່ານລັດຖະມົນຕີ Rex Tillerson ກໍ່ໃຫ້ຮູ້ວ່າ: ທ່ານບໍ່ສາມາດວິຈານລະອຽດ ກ່ຽວກັບບັນດາການສືບສວນກ່ຽວຂ້ອງເຖິງ ລັດເຊຍ ຫຼື ກໍລະນີນີ້ຈະນາບຂູ່ອຳນາດການປົກຄອງຫຼືບໍ່? ຍ້ອນທ່ານບໍ່ມີຂໍ້ມູນຂ່າວໂດຍກົງ. ເຖິງຢ່າງໃດກໍ່ຕາມ, ຕາມຜູ້ນຳໜ້າຂະແໜງການທູດ ອາເມລິກາ ແລ້ວ, ທ່ານປະທານາທິບໍດີ Donald Trump ຈະບໍ່ອະນຸຍາດເພື່ອໃຫ້ບັນດາການຜັນແປ່ນີ້ກີດຂວາງຄວາມມານະພະຍາຍາມປັບປຸງການພົວພັນກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ