ປະທານາທິບໍດີ ອາເມລິກາ D.Trump ໂຈະການປະກາດໃຊ້ລັດຖະດຳລັດເຂົ້າເມືອງໃໝ່

ປະທານາທິບໍດີ ອາເມລິກາ D.Trump ໂຈະການປະກາດໃຊ້ລັດຖະດຳລັດເຂົ້າເມືອງໃໝ່ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump
(ພາບ: AFP/TTXVN)

(vovworld) - ວັນ​ທີ 22/02, ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ທຳນຽບຂາວ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ໄດ້​ໂຈະ​ເລື່ອງ​ປະກາດ​ໃຊ້​ລັດຖະດຳລັດ​ໃໝ່, ​ເພື່ອ​ແນ​ໃສ່ປ່ຽນແທນ​ບັນດາ​ຄຳ​ຊີ້​ນຳ​ກ່ຽວ​ກັບ​ເລື່ອງ​ຫ້າມ​​ພົນລະ​ເມືອງ 7 ປະ​ເທດ​ທີ່ມີຊາວ​ອິດສະ​ລາມກວມ​ສ່ວນ​ເຫ​ລາຍ​ເຂົ້າ ອາ​ເມ​ລິ​ກາ ​ໃນ​ອາທິດ​ໜ້າ. ກ່ອນ​ໜ້າ​ນັ້ນ ທ່ານ​ປະທານາທິບໍດີ Trump ​ໄດ້​ຖະ​ແຫຼ​ງກ່ຽວ​ກັບ​ລັດຖະດຳລັດ​ໃໝ່ ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ອາທິດ​ນີ້.

        ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ພວມປະສົບ​ກັບ​ການຄັດຄ້ານ​ຢ່າງ​ຮ້າຍ​​ແຮງ​ຈາກ​ວົງ​ການ​ນັກ​ການ​ເມືອງ, ລະບົບ​ຍຸຕິ​ທຳ​ຢູ່​ຫລາຍ​ລັດ​ທີ່​ກ່ຽວຂ້ອງ​ເຖິງ​ລັດຖະດຳລັດ​ຫ້າມ​ຄົນ​ເຂົ້າ​ເມືອງ ​ໂດຍ​ທ່ານ​ປະທານາທິບໍດີ Trump ປະກາດ​ໃຊ້​ນັບ​ແຕ່​ທ້າຍ​ເດືອນ 1 ຜ່ານ​ມາ. ຕາມ​ລັດຖະດຳລັດ​ນີ້, ຊາວ​ລີ້​ໄພ​ຖືກ​ຫ້າມບໍ່​ໄດ້​ເຂົ້າ ອາ​ເມ​ລິ​ກາ ​ໃນ​ເວລາ 120 ວັນ, ຊາວ​ລີ້​ໄພ​ຈາກ ຊີຣີ ຖືກ​ຫ້າມ​ເຂົ້າ ອາ​ເມ​ລິ​ກາ ​ໂດຍ​ບໍ່​ກຳນົດ​ເວລາ, ​ໃນ​ຂະນະ​ນັ້ນ ພົນລະ​ເມືອງ​ຈາກ ອີຣານ, ອີຣັກ, ລີ​ບີ, ​ໂສ​ມາລີ, ຊູດັງ, ຊີຣີ ​ແລະ ​ເຢ​ແມນ ຈະ​ບໍ່​ໄດ້​ເຂົ້າ ອາ​ເມ​ລິ​ກາ ​ໃນ​ຮອບ​ເວລາ 90 ວັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ