ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຍົກ​ອອກ​ຂໍ້​ລິ​ເລີ່ມ​ໃໝ່ ເພື່ອ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ຊາວ ອາ​ເມ​ລິ​ກາ ເຊື້ອ​ຊາດ ອາ​ຊີ

(VOVWORLD) -ກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ ອາເມລິກາ ຈະຫັກເງິນ 49,5 ລ້ານ USD ຈາກແຜນການກອບກູ້ປະເທດ ອາເມລິກາ ເພື່ອເບີກຈ່າຍໃຫ້ໂຄງການໜູນຊ່ວຍໃໝ່ໃຫ້ແກ່ຊາວ ອາເມລິກາ ເຊື້ອຊາດ ອາຊີ ແລະ ປະຊາຊົນຢູ່ເກາະ ປາຊີຟິກ, ຜູ້ທີ່ລອດຊີວິດໄດ້ຈາກເຫດບຸກໂຈມຕີທາງເພດ ແລະ ການໃຊ້ຄວາມຮຸນແຮງຢູ່ປະເທດນີ້.
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຍົກ​ອອກ​ຂໍ້​ລິ​ເລີ່ມ​ໃໝ່ ເພື່ອ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ຊາວ ອາ​ເມ​ລິ​ກາ ເຊື້ອ​ຊາດ ອາ​ຊີ - ảnh 1ປະຊາຊົນເຂົ້າຮ່ວມການເດີນສວນສະໜາມສະແດງຄວາມສາມັກຄືກັບຊາວ ອາເມລິກາ ເຊື້ອຊາດ ອາຊີ ຢູ່ ນິວຢອກ, ອາເມລິກາ 20/3/2021 (ພາບ: THX/TTXVN)

ວັນທີ 30 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ແຈ້ງໃຫ້ຊາບວ່າ ອຳນາດການປົກຄອງ ອາເມລິກາ ຈະມີບັນດາການກະທຳໃໝ່ ແນໃສ່ຕ້ານຄືນສະພາບການໃຊ້ຄວາມຮຸນແຮງສຳລັບຊາວ ອາເມລິກາ ເຊື້ອຊາດ ອາຊີ. ຕາມແຫຼ່ງຂ່າວຈາກ ທຳນຽບຂາວແລ້ວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສ້າງຂໍ້ລິເລີ່ມລະຫວ່າງຂະແໜງ ຢູ່ກະຊວງຍຸຕິທຳ ເພື່ອແນໃສ່ແກ້ໄຂການໃຊ້ຄວາມຮຸນແຮງຕ້ານຊາວ ອາຊີ ແລະ ສ້າງຕັ້ງຄະນະກຳມະການສະເພາະກິດກ່ຽວກັບຍຸຕິທຳ ທີ່ກ່ຽວຂ້ອງເຖິງ ໂຄວິດ - 19  ເພື່ອແນໃສ່ແກ້ໄຂ ແລະ ຢຸດຕິໄພຕ້ານຊາວ ອາເມລິກາ ເຊື້ອຊາດ ອາຊີ. ກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ ອາເມລິກາ ຈະຫັກເງິນ 49,5 ລ້ານ USD ຈາກແຜນການກອບກູ້ປະເທດ ອາເມລິກາ ເພື່ອເບີກຈ່າຍໃຫ້ໂຄງການໜູນຊ່ວຍໃໝ່ໃຫ້ແກ່ຊາວ ອາເມລິກາ ເຊື້ອຊາດ ອາຊີ ແລະ ປະຊາຊົນຢູ່ເກາະ ປາຊີຟິກ, ຜູ້ທີ່ລອດຊີວິດໄດ້ຈາກເຫດບຸກໂຈມຕີທາງເພດ ແລະ ການໃຊ້ຄວາມຮຸນແຮງຢູ່ປະເທດນີ້. ກອງທຶນໜູນຊ່ວຍແຫ່ງຊາດ ຈະມີໂຄງການຕ່າງໆ ໂດຍ ສະຫະລັດອຸປະຖຳ ເພື່ອແນໃສ່ຊອກຮູ້ ແລະ ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຂອງຊາວ ອາເມລິກາ ເຊື້ອຊາດ ອາຊີ ທີ່ສະຫງວນໃຫ້ແກ່ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ