ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ວິ​ເຄາະ​ກ່ຽວ​ກັບ​ການ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ ອີ​ຣານ

(VOVWORLD) -ການກະທຳໃໝ່ຈາກອາເມລິກາ ໄດ້ຍົກອອກມາພາຍຫຼັງ ທີ່ສາດສະດາ Ali Khamenei ການນຳສູງສຸດ ອີຣານ ປະກາດວ່າ ອາເມລິກາ ຕ້ອງຍົກເລີກທຸກໆຄຳສັ່ງລົງໂທດ ຖ້າຫາກວ່າ ວໍຊິງຕັນ ຢາກໃຫ້ ເຕເຮຣານ ຍົກເລີກບັນດາຂັ້ນຕອນກ່ຽວກັບນິວເຄຼຍຂອງປະເທດນີ້. 
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ວິ​ເຄາະ​ກ່ຽວ​ກັບ​ການ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ ອີ​ຣານ - ảnh 1ທ່ານ ປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ໃນການໃຫ້ສຳພາດຕໍ່ນັກຂ່າວ ທີ່ໄດ້ອອກອາກາດຜ່ານຊ່ອງໂທລະພາບ CBS News ເມື່ອວັນທີ 7 ກຸມພາ, ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ປະເທດນີ້ ຈະບໍ່ຍົກເລີກບັນດາຄຳສັ່ງລົງໂທດດ້ານເສດຖະກິດ ຕໍ່ອີຣານ ເພື່ອນຳອີຣານກັບຄືນສູ່ການເຈລະຈາ, ຜ່ານນັ້ນກໍ່ໄດ້ປຶກສາຫາລືກ່ຽວກັບວິທີການຟື້ນຟູຂໍ້ຕົກລົງນິວເຄຼຍ.

ການກະທຳໃໝ່ຈາກອາເມລິກາ ໄດ້ຍົກອອກມາພາຍຫຼັງ ທີ່ສາດສະດາ Ali Khamenei ການນຳສູງສຸດ ອີຣານ ປະກາດວ່າ ອາເມລິກາ ຕ້ອງຍົກເລີກທຸກໆຄຳສັ່ງລົງໂທດ ຖ້າຫາກວ່າ ວໍຊິງຕັນ ຢາກໃຫ້ ເຕເຮຣານ ຍົກເລີກບັນດາຂັ້ນຕອນກ່ຽວກັບນິວເຄຼຍຂອງປະເທດນີ້. ໃນສື່ສັງຄົມອອນລາຍ Twitter, ສາດສະດາ Ali Khamenei ໄດ້ເນັ້ນໜັກວ່າ ອີຣານ ໄດ້ປະຕິບັດສຳເລັດບັນດາພັນທະຂອງຕົນກ່ຽວກັບຂໍ້ຕົກລົງນິວເຄຼຍ 2015. ຖ້າຫາກວ່າ ອາເມລິກາ ແລະ ບາງປະເທດເອີລົບຢາກໃຫ້ ອີຣານ ກັບຄືນສູ່ບັນດາຄຳໝັ້ນສັນຍາ, ອາເມລິກາ ຕ້ອງຍົກເລີກທຸກຄຳສັ່ງລົງໂທດກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ