ປະ​ທາ​ນາ​ທິ​ບໍ​ດ​ີ ອາ​ເມ​ລິ​ກາ ກ່າວ​ເຕືອນວ່າ ​ເລັ່ງ​ໃສ່ 52 ເປົ​້າ​ໝາຍ ຢູ່ ອີ​ີ​ຣານ

(VOVWORLD) - ວັນທີ 4 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ອາເມລິກາ ໄດ້ເລັ່ງໃສ່ 52 ເປົ້າໝາຍຂອງ ອີຣານ ຖ້າຫາກວ່າ ປະເທດນີ້ບຸກໂຈມຕີ ບໍ່ວ່າປະຊາຊົນ ຫຼືຊັບສິນໃດຂອງ ອາເມລິກາ. 

ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ກ່າວຫາວ່າ ອີຣານພວມນາບຂູ່ບຸກໂຈມຕີຮາກຖານຂອງ ອາເມລິກາຈຳນວນໜຶ່ງເພື່ອແນໃສ່ໂຕ້ຕອບເລື່ອງ ອາເມລິກາ ເຂັ່ນຂ້າ ທ່ານນາຍພົນ Quasem Soleimani. ຕາມທ່ານ Donald Trump ແລ້ວ, 52 ເປົ້າໝາຍດັ່ງກ່າວ ແມ່ນຄືດັ່ງ ຕົວປະກັນຊາວ ອາເມລິກາ 52 ຄົນ ເຊິ່ງ ເຄີຍຖືກ ອີຣານ ລອບຈັບໃນຫຼາຍປີທີ່ຜ່ານມາ. ຈຳນວນໜຶ່ງໃນບັນດາເປົ້າໝາຍນີ້ມີຄວາມໝາຍສຳຄັນສຳລັບ ອີຣານ ແລະ ຈະຖືກບຸກໂຈມຕີຢ່າງແຮງ ແລະ ວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ