ປະທານາທິບໍດີ ອາເມລິກາ ຈະແຕ່ງຕັ້ງທ່ານ Larry Kudlow ເປັນທີ່ປຶກສາດ້ານເສດຖະກິດ

(VOVWORLD) - ວັນທີ 14 ມີນາ, ບັນດາແຫຼ່ງຂ່າວຂອງ ອາເມລິກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະແຕ່ງຕັ້ງນັກເສດຖະສາດ, ນັກວິຈານຊື່ດັງ Larry Kudlow ດຳລົງຕຳແໜ່ງເປັນຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ, ແທນໃຫ້ທ່ານ Gary Cohn.
ປະທານາທິບໍດີ ອາເມລິກາ ຈະແຕ່ງຕັ້ງທ່ານ Larry Kudlow ເປັນທີ່ປຶກສາດ້ານເສດຖະກິດ - ảnh 1 ນັກເສດຖະສາດ, ນັກວິຈານຊື່ດັງ Larry Kudlow (ພາບ: CNBC)

ທ່ານ Cohn ປະກາດລາອອກຈາກຕຳແໜ່ງ ພາຍຫລັງທີ່ທ່ານປະທານາທິບໍດີ Donald Trump ຕັດສິນຈັດວາງລະດັບພາສີອາກອນໃໝ່ສຳລັບເຫຼັກກ້າ ແລະ ອາລູມີນຽມນຳເຂົ້າ. ຄາດຄະເນວ່າ: ທ່ານປະທານາທິບໍດີ Donald Trump ຈະປະກາດຂໍ້ຕົກລົງນີ້ ໃນວັນທີ 15 ມີນາ. ກ່ອນໜ້ານັ້ນ, ວັນທີ 13 ມີນາ ທ່ານປະທານາທິບໍດີ Donald Trump ຕີລາຄາທ່ານ Kudlow ວ່າມີຄວາມສາມາດ “ດຳລົງຕຳແໜ່ງເປັນຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ”.

        ທ່ານ Kudlow ອາຍຸ 70 ປີ ແມ່ນເພື່ອນທີ່ຮັກແພງເປັນເວລາຫລາຍປີ ພ້ອມທັງແມ່ນຜູ້ທີ່ສະໝັບສະໜູນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ Donald Trump ໃນປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ