ປະທານາທິບໍດີ ອາເມລິກາ ຊົມເຊີຍ “ໄຊຊະນະຄັ້ງປະຫວັດສາດ” ກ່ຽວກັບການປະຕິຮູບພາສີອາກອນ

(VOVWORLD) - ບັນດາສະມາຊິກລັດຖະສະພາໄດ້ຕັດສິນໃຈຢ່າງຖືກຕ້ອງຕໍ່ເລື່ອງນຳປະເທດ ອາເມລິກາ ໃຫ້ມີຄວາມເຂັ້ມແຂງຄືນໃໝ່. ທ່ານ ຂອບອົກຂອບໃຈບັນດາການນຳລັດຖະສະພາ ໄດ້ໃຫ້ສັດຕະຍາບັນເອກະສານຫລຸດຜ່ອນພາສີອາກອນໃຫຍ່ສຸດໃນປະຫວັດສາດຂອງ ອາເມລິກາ.

ປະທານາທິບໍດີ ອາເມລິກາ ຊົມເຊີຍ “ໄຊຊະນະຄັ້ງປະຫວັດສາດ” ກ່ຽວກັບການປະຕິຮູບພາສີອາກອນ - ảnh 1 ການນຳສ່ວນໜ້ອຍ ສະພາສູງ Charles Schumer ທີ່ການປະຊຸມຂ່າວ ຢູ່ ວໍຊິງຕັນ

(ພາບ: AFP/TTXVN )

ວັນທີ 20 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຊົມເຊີຍເລື່ອງ ສະພາສູງ, ສະພາຕ່ຳ ຮັບຮອງເອົາຮ່າງກົດໝາຍການປະຕິຮູບພາສີອາກອນ, ຖືນີ້ແມ່ນ “ໄຊຊະນະປະຫວັດສາດ” ຂອງປະຊາຊົນ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ທຳນຽບຂາວ, ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ: ບັນດາສະມາຊິກລັດຖະສະພາໄດ້ຕັດສິນໃຈຢ່າງຖືກຕ້ອງຕໍ່ເລື່ອງນຳປະເທດ ອາເມລິກາ ໃຫ້ມີຄວາມເຂັ້ມແຂງຄືນໃໝ່. ທ່ານ ຂອບອົກຂອບໃຈບັນດາການນຳລັດຖະສະພາ ໄດ້ໃຫ້ສັດຕະຍາບັນເອກະສານຫລຸດຜ່ອນພາສີອາກອນໃຫຍ່ສຸດໃນປະຫວັດສາດຂອງ ອາເມລິກາ.

        ແລະກໍ່ໃນວັນດຽວກັນ, ຫຼາຍກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງປະເທດນີ້, ໃນນັ້ນ ມີ AT&T ແລະ Boeing, ປະກາດແຜນການໃຫ້ເງິນບຳເນັດທ້າຍປີແກ່ພະນັກງານ ແລະ ເພີ່ມເຕີມບ້ວງລາຍຈ່າຍໃຫ້ປີ 2018. 

ຕອບກັບ

ຂ່າວ/ບົດ​ອື່ນ