ປະທານາທິບໍດີ ອາເມລິກາ ຍົກເລີກນະໂຍບາຍການເຂົ້າເມືອງ DACA

(VOVWORLD) - ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງຂອງບັນດາສະມາຊິກລັດຖະສະພາສັງກັດ 2 ພັກປະຊາທິປະໄຕ ແລະ ພັກສາທາລະນະ, ວັນທີ 5 ກັນຍາ, 
ປະທານາທິບໍດີ ອາເມລິກາ ຍົກເລີກນະໂຍບາຍການເຂົ້າເມືອງ DACA - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:  AFP/TTXVN)

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນໃຈຍົກເລີກໂຄງການເນລະເທດຊົ່ວຄາວບັນດາຜູ້ເຂົ້າເມືອງ ອາເມລິກາ ຜິດກົດໝາຍ ນັບແຕ່ຄາວຍັງນ້ອຍ. ໃນຖະແຫຼງການສະບັບໜຶ່ງ, ທ່ານລັດຖະມົນຕີກະຊວງຍຸຕິທຳ Jeff Sessions ຊີ້ແຈ້ງວ່າ: “ໂຄງການດຳເນີນງານຊົ່ວຄາວ ສຳ ລັບຜູ້ເຂົ້າເມືອງ ອາເມລິກາ ນັບແຕ່ຄາວຍັງນ້ອຍນັ້ນ, ເອີ້ນຫຍໍ້ແມ່ນ DACA, ມີຜົນສັກສິດພາຍໃຕ້ອຳນາດການປົກຄອງອາຍຸການກ່ອນຂອງທ່ານ Barack Obama ຖືກຍົກເລີກ”. ທ່ານ Sessions ອ້າງເຫດຜົນວ່າ ໂຄງການນີ້ ແມ່ນຝາຝືນບົດບັນຍັດ ແລະ ເຮັດໃຫ້ວຽກເຮັດງານທຳຂອງຊາວ ອາເມລິກາ ນັບຮ້ອຍພັນຄົນ ຖືກຕົກຢູ່ໃນກຳມືຂອງຜູ້ເຂົ້າເມືອງຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ