ປະທານາທິບໍດີ ອາເມລິກາ ຍັງບໍ່ທັນຕັດສິນກ່ຽວກັບການໂຕ້ຕອບ ຊີຣີ

(VOVWORLD) - ວັນທີ 11 ເມສາ, ໂຄສົກທຳນຽບຂາວ ທ່ານນາງ Sarah Sanders ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງບໍ່ທັນວາງແຜນການກະທຳລະອຽດເທື່ອສຳລັບເລື່ອງໂຕ້ຕອບເຫດບຸກໂຈມຕີທີ່ຖືກສົງໄສວ່າ ນຳໃຊ້ອາວຸດເຄມີຢູ່ ຊີຣີ,
ປະທານາທິບໍດີ ອາເມລິກາ ຍັງບໍ່ທັນຕັດສິນກ່ຽວກັບການໂຕ້ຕອບ ຊີຣີ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN )

ເຖິງວ່າ ກ່ອນໜ້ານັ້ນ ການນຳທຳນຽບຂາວໄດ້ກ່າວເຕືອນວ່າ ບັນດາລູກສອນໄຟ “ພວມກ້າວໄປເຖິງ” ຊີຣີ.ທ່ານນາງ Sarah Sanders ຊີ້ແຈ້ງວ່າ: ທ່ານປະທານາທິບໍດີ Donald Trump ພວມຊັ່ງຊາ ແລະ ຕີລາຄາບັນດາວິທີການ, ໃນນັ້ນ ລວມທັງການກະທຳດ້ານການທະຫານ.

        ແລະກໍ່ໃນວັນທີ 11 ເມສາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບ “ສະພາບຈົນຕາແຈ” ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນບັນຫາ ຊີຣີ, ພ້ອມທັງເນັ້ນໜັກວ່າ “ຄວນຫຼີກລ້ຽງເພື່ອ ບໍ່ປະໃຫ້ສະພາບການຢູ່ ຊີຣີ ອອກນອກການຄວບຄຸມ”. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ: ທ່ານໄດ້ຮຽກຕົວເອກອັກຄະລັດຖະທູດ 5 ທ່ານຂອງ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງມາ (ລວມມີ: ລັດເຊຍ, ອາເມລິກາ, ອັງກິດ, ຝະຣັ່ງ ແລະ ຈີນ) ເພື່ອເນັ້ນໜັກເຖິງຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງທ່ານເອງ ກ່ຽວກັບສະພາບ ຈົນຕາແຈໃນປັດຈຸບັນ, ພ້ອມທັງ ຍົກອອກຄວາມຈຳເປັນ ຕ້ອງຫຼີກລ້ຽງເພື່ອ ບໍ່ປະໃຫ້ສະພາບການຢູ່ ຊີຣີ ອອກນອກການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ