ປະທານາທິບໍດີ ອາເມລິກາ ປະກາດຈຸດເວລາກວາດລ້າງຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍ

(VOVWORLD) -ວັນທີ 12 ກໍລະກົດ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດບັ້ນກວາດລ້າງຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍ ດ້ວຍຂອບຂະຫນາດໃຫຍ່ ຈະໄດ້ຜັນຂະຫຍາຍແຕ່ທ້າຍອາທິດນີ້. ກ່າວຄຳເຫັນທີ່ທຳນຽບຂາວ, ປະທານາທິບໍດີ ອາເມລິກາ Donald Trump ຢືນຢັນ ບັ້ນກວາດລ້າງຄັ້ງນີ້ ຈະສຸມໃສ່ 10 ນະຄອນ. ໃນອາທິດນີ້ ອົງການຄຸ້ມຄອງການເຂົ້າອອກເມືອງ ແລະ ພາສີ ອາເມລິກາ (ICE) ໄດ້ກັກຂັງຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍນັບໝື່ນໆຄົນ.

ກ່ອນຫນ້ານັ້ນ ອົງການນີ້ ກໍ່ໄດ້ປະກາດກ່ຽວກັບເລື່ອງຜັນຂະຫຍາຍບັ້ນເນລະເທດຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍຢູ່ ບັນດານະຄອນ, ໃນນັ້ນມີ Los Angeles Houston Chicago, Miami, New York  ແລະ San Francisco.

ຕາມການຕີລາຄາ, ແຜນການ ເນລະເທດ ຈະສົ່ງຜົນສະທ້ອນເຖິງ 2000 ກວ່າຄົນ ມາຈາກຫລາຍປະເທດ ເຂົ້າເມືອງຢ່າງຜິດກົດໝາຍ ທີ່ພວມດຳລົງຊີວິດຢູ່ ອາເມລິກາ ເຖິງວ່າເຂົາເຈົ້າໄດ້ຮັບຄຳສັ່ງຕ້ອງເນລະເທດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ