ປະທານາທິບໍດີ ອາເມລິກາ ຢັ້ງຢືງການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະດຳເນີນຢູ່ ຮ່າໂນ້ຍ

(VOVWORLD) - ວັນທີ 08 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ການພົບປະຂອງທ່ານກັບການນຳ ສປປ.ເກົາຫຼີ Kim Jong-un ໃນທ້າຍເດືອນ ກຸມພາ ນີ້ ຈະດຳເນີນຢູ່ ຮ່າໂນ້ຍ. ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ຂຽນວ່າ:
ປະທານາທິບໍດີ ອາເມລິກາ ຢັ້ງຢືງການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ  ຈະດຳເນີນຢູ່ ຮ່າໂນ້ຍ - ảnh 1 ທ່ານ Donald Trump  ແລະ ທ່ານ Kim Jong-un (ພາບ: Reuters)

ບັນດາຜູ້ຊ່ວຍວຽກຂອງຂ້າພະເຈົ້າຫາກໍ່ອອກຈາກ ສປປ.ເກົາຫຼີ ພາຍຫລັງເຂົ້າຮ່ວມກອງປະຊຸມຢ່າງມີປະສິດທິຜົນ ແລະ ໄດ້ເຫັນດີເປັນເອກະພາບກ່ຽວກັບວັນເວລາ, ສະຖານທີ່ຈັດຕັ້ງການພົບປະສຸດຍອດຄັ້ງທີ 2 ກັບທ່ານ Kim Jong-un. ການພົບປະນີ້ ຈະດຳເນີນຢູ່ນະຄອນ ຮ່າໂນ້ຍ ຂອງ ຫວຽດນາມ ໃນວັນທີ 27 – 28 ກຸມພາ. ຂ້າພະເຈົ້າລໍ່ຖ້າການພົບປະກັບທ່ານ Kim Jong-un ແລະ ກ້າວຂຶ້ນການສ້າງສັນຕິພາບ

        ກ່ອນໜ້ານັ້ນ, ວັນທີ 06 ກຸມພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ: “ຫວຽດນາມ ຊົມເຊີຍເລື່ອງ ອາເມລິກາ ແລະ ສປປ.ເກົາຫຼີ ຈັດຕັ້ງການພົບປະສຸດຍອດຄັ້ງທີ 2. ຫວຽດນາມ ສະໜັບສະໜູນຢ່າງແຮງການເຈລະຈາ ແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນແຫຼມ ເກົາຫຼີ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ, ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ປະສົບຜົນສຳເລັດ, ປະກອບສ່ວນເຂົ້າເປົ້າໝາຍດັ່ງກ່າວ”.

 

ຕອບກັບ

ຂ່າວ/ບົດ​ອື່ນ