ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ຢູ​ແກຼນ ພົບ​ປະ​ກັນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ NATO

(VOVWORLD) -   ວັນທີ 11 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ, Joe Biden ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ໄດ້ພົບປະກັນຢູ່ນອກກອງປະຊຸມສຸດຍອດ NATO ທີ່ດຳເນີນຢູ່ນະຄອນຫຼວງ ວໍຊິງຕັນ.
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ຢູ​ແກຼນ ພົບ​ປະ​ກັນ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ NATO - ảnh 1ທ່ານປະທານາທິບໍດີ Joe Biden ພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy (ພາບ: AP/Susan Walsh)

ການພົບປະເພື່ອແນໃສ່ປຶກສາຫາລືກ່ຽວກັບການສະໜັບສະໜູນຂອງ ອາເມລິກາ ທີ່ມີຕໍ່ ຢູແກຼນ ໃນການປະທະກັນ ກັບ ລັດເຊຍ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຕົວຈິງ ແລະ ຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ສະໜອງບັນດາອຸປະກອນທີ່ຈຳເປັນໃຫ້ແກ່ ຢູແກຼນ. ທີ່ການພົບປະ, ທ່ານປະທານາທິບໍດີ Joe Biden ໄດ້ປະກາດບ້ວງເງິນໜູນຊ່ວຍດ້ານຄວາມໝັ້ນຄົງໃໝ່ໃຫ້ແກ່ ຢູແກູນ ລວມມີລະບົບລູກສອນໄຟປ້ອງກັນອາກາດ Patriot, ລູກສອນໄຟຕີສະກັດກັ້ນ ແລະ ລູກປືນໃຫຍ່. ນີ້ແມ່ນບ້ວງເງິນໜູນຊ່ວຍຄັ້ງທີ 8 ຂອງ ອາເມລິກາ ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ເມື່ອທ່ານປະທານາທິບໍດີ Joe Biden ເຊັນອະນຸມັດຜ່ານແຜນງົບປະມານເພີ່ມເຕີມໃຫ້ແກ່ຄວາມໝັ້ນຄົງແຫ່ງຊາດ.

        ສອງຝ່າຍກໍໄດ້ປຶກສາຫາລືບັນດາໝາກຜົນທີ່ລະອຽດໃຫ້ແກ່ ຢູແກຼນ ໃນກອງປະຊຸມສຸດຍອດ NATO, ລວມມີບັນດາແຈ້ງການກ່ຽວກັບເຮືອບິນສູ້ຮົບ F-16 ແລະ ຄໍາໝັ້ນສັນຍາຮ່ວມຂອງຫຼາຍກວ່າ 20 ປະເທດ ເພື່ອແນໃສ່ໜູນຊ່ວຍ ຢູແກຼນ ໃນປັດຈຸບັນ ແລະ ຍາວນານ. ສອງຝ່າຍກໍໃຫ້ຄຳໝັ້ນສັນຍາບຸລິມະສິດບັນດາຄວາມມານະພະຍາຍາມຟື້ນຟູ ແລະ ປັບປຸງພື້ນຖານໂຄງລ່າງພະລັງງານຂອງ ຢູແກຼນ ຕໍ່ບັນດາບັ້ນບຸກໂຈມຕີຂອງ ລັດເຊຍ.

VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ