ປະທານາທິບໍດີ ອາເມລິກາ ສືບຕໍ່ປັບປຸງຂໍ້ຕົກລົງນິວເຄຼຍກັບອີຣານ

(VOVWORLD) - ອາເມລິກາ ຈະຍັງຄົງໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ 120 ວັນຕື່ມອີກ. ໃນໄລຍະເວລານັ້ນ, ທ່ານ Donald Trump ຢາກໃຫ້ສະພາແຫ່ງຊາດ ອາເມລິກາ ແລະ ບັນດາປະເທດພັນທະມິດ ເອີລົບ

ວັນທີ 12 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານຈະບໍ່ຈັດວາງບັນດາມາດຕະການລົງໂທດດ້ານນິວເຄຼຍ ກັບ ອີຣານ ຄືນໃໝ່, ໝາຍຄວາມວ່າ ຂໍ້ຕົກລົງນິວເຄຼຍປະຫວັດສາດທີ່ບັນລຸໄດ້ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝຣັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ປີ 2015 ຍັງຄົງໄດ້ຮັບການຮັກສາໄວ້ໃນຈຸດເວລານີ້. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງຢັ້ງຢືນທັດສະນະຕ້ອງປ່ຽນແທນຂໍ້ຕົກລົງນີ້ດ້ວຍຂໍ້ຕົກລົງອື່ນທີ່ແຂງກະດ້າງກ່ວາ.

        ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ອາເມລິກາ ຈະຍັງຄົງໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ 120 ວັນຕື່ມອີກ. ໃນໄລຍະເວລານັ້ນ, ທ່ານ Donald Trump ຢາກໃຫ້ສະພາແຫ່ງຊາດ ອາເມລິກາ ແລະ ບັນດາປະເທດພັນທະມິດ ເອີລົບ ຮຽບຮຽງຂໍ້ຕົກລົງໃໝ່ໂດຍບໍ່ຕ້ອງການເຈລະຈາກັບ ອີຣານ. ຂໍ້ຕົກລົງໃໝ່ຈະມີພຽງແຕ່ການເຂົ້າຮ່ວມຂອງອາເມລິກາ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ ແລະ ຈະຈັດວາງບັນດາມາດຕະການຄວບຄຸມແຂງກະດ້າງກ່ວາສຳລັບ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ