ປະທານາທິບໍດີ ອາເມລິກາ ຮຽກຮ້ອງ FED ຫລຸດອັດຕາດອກເບ້ຍລົງ

(VOVWORLD) - ວັນທີ 11 ກັນຍາ, ແບ່ງປັນໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທະບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງທະນາຄານສະສົມສະຫະລັດ ອາເມລິກາ (FED) ຫລຸດອັດຕາດອກເບ້ຍ ກູ້ຢືມລົງ 0%, ພ້ອມທັງ ແກ່ຍາວໄລຍະໃຫ້ກູ້ຢືມ.

 ທ່ານ Donald Trump ກໍ່ຕຳໜິຕິຕຽນ FED ແລະ ທ່ານປະທານ Jerome Powell ຍ້ອນ “ບໍ່ປະຕິບັດເລື່ອງ ເຊິ່ງບັນດາປະເທດອື່ນທັງໝົດໄດ້ປະຕິບັດ” ພ້ອມທັງຖືນີ້ ແມ່ນໂອກາດໜຶ່ງດຽວໃນຊີວິດເທົ່ານັ້ນ ແຕ່ຖືກພາດໂອກາດແລ້ວ.

ປະທານາທິບໍດີ ອາເມລິກາ ຮຽກຮ້ອງ FED ຫລຸດອັດຕາດອກເບ້ຍລົງ - ảnh 1ສຳນັກງານ FED ຢູ່ ວໍຊິງຕັນ, ອາເມລິກາ. ພາບ: AFP/TTXVN

        ໃນສະພາບການນັບມື້ນັບມີຫລາຍສັນຍານທີ່ສະແດງໃຫ້ເຫັນເສດຖະກິດ ອາເມລິກາ ເຕີບໂຕ ຊັກຊ້າໃນປີ 2019, ທ່ານປະທານາທິບໍດີ Donald Trump ເຄີຍເປີດເຜີຍການຕຳໜິຕິຕຽນ FED ຍ້ອນຜ່ອນສັນນະໂຍບາຍເງິນຕາຢ່າງຊັກຊ້າ. ໃນເດືອນ ກໍລະກົດ ຜ່ານມາ, FED ໄດ້ຕົກລົງຫລຸດຜ່ອນອັດຕາດອກເບ້ຍພື້ນຖານ 0.25% ຈາກຊ່ອງອັດຕາດອກເບ້ຍ 2,25 – 2,5% ລົງ 2 – 2,25%. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາ ຖືວ່າ: ການຕົກລົງຄືດັ່ງກ່າວ ໄດ້ກໍ່ຄວາມຜິດຫວັງ ຍ້ອນວ່າທ່ານຢາກໃຫ້ຫລຸດຜ່ອນອັດຕາດອກເບ້ຍລົງຫລາຍກ່ວານັ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ