ປະທານາທິບໍດີ ອາເມລິກາ ຮຽກຮ້ອງຈີນ ຍົກເລີກພາສີສຳລັບຜະລິດຕະພັນກະເສດຂອງ ອາເມລິກາ

(VOVWORLD) -ວັນທີ 1 ມີນາ ປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ:  ທ່ານໄດ້ຮຽກຮ້ອງ ຈີນ ຍົກເລີກພາສີທຸກປະເພດສຳລັບຜະລິດຕະພັນກະເສດຂອງ ອາເມລິກາໂດຍໄວ ເພາະວ່າ ການເຈລະຈາດ້ານການຄ້າລະຫວ່າງສອງປະເທດພວມມີຄວາມຄືບຫນ້າດີ.

ກ່ອນຫນ້ານັ້ນ ທ່ານ D. Trump ກໍ່ໂຈະບັນດາແຜນການຂຶ້ນພາສີຈາກ ອັດຕາ 10% ຂຶ້ນເຖິງ 25% ສຳລັບບັນດາປະເພດສິນຄ້ານຳເຂົ້າຂອງຈີນ ຊື່ງຕາມການຄາດຄະເນໃນເບື້ອງຕົ້ນ ຈະມີຜົນສັກສິດໃນວັນທີ 1 ມີນາ.

ກ່າວຄຳເຫັນໃນບັນຊີ Twitter, ທ່ານ Trump ຊີ້ແຈ້ງວ່າ “ຂ້າພະເຈົ້າໄດ້ຮຽກຮ້ອງ ຈີນ ຍົກເລີກພາສີທຸກປະເພດສຳລັບຜະລິດຕະພັນກະເສດຂອງອາເມລິກາ ໂດຍໄວ. ນີ້ແມ່ນສິ່ງສຳຄັນທີ່ສຸດ ສຳລັບຊາວກະສິກອນອາເມລິກາ ແລະ ສຳລັບຂ້າພະເຈົ້າເອງ.

ຕອບກັບ

ຂ່າວ/ບົດ​ອື່ນ