ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ​ເຊັນ​ລັດ​ຖະ​ດຳ​ລັດ ​ວ່າ​ດ້ວຍ​ການ​ປະ​ກາດ​ເອ​ກະ​ເສານ​ປິດ​ລັບ​ກ່ຽວ​ກັບ​ເຫດກໍ່​ການ​ຮ້າຍ​ວັນ​ທີ 11 ກັນ​ຍາ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນລັດຖະດຳລັດວ່າດ້ວຍການຊີ້ນຳກະຊວງຍຸຕິທຳ ແລະ ບາງອົງການອື່ນໆ ພິຈາລະນາ, ປະກາດສ່ວນໜຶ່ງເອກະສານທີ່ກ່ຽວຂ້ອງເຖິງການສືບສວນຂອງກົມສືບສວນສະຫະລັດ (FBI) ສຳລັບການບຸກໂຈມຕີກໍ່ການຮ້າຍແນໃສ່ ອາເມລິກາ ໃນວັນທີ 11 ກັນຍາ ກ່ອນນີ້ 20 ປີ ເຕັມ.

ວັນທີ 4 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນລັດຖະດຳລັດວ່າດ້ວຍການຊີ້ນຳກະຊວງຍຸຕິທຳ ແລະ ບາງອົງການອື່ນໆ ພິຈາລະນາ, ປະກາດສ່ວນໜຶ່ງເອກະສານທີ່ກ່ຽວຂ້ອງເຖິງການສືບສວນຂອງກົມສືບສວນສະຫະລັດ (FBI) ສຳລັບການບຸກໂຈມຕີກໍ່ການຮ້າຍແນໃສ່ ອາເມລິກາ ໃນວັນທີ 11 ກັນຍາ ກ່ອນນີ້ 20 ປີ ເຕັມ. ກ່າວຄຳເຫັນພາຍຫຼັງການເຊັນລັດຖະດຳລັດສະບັບດັ່ງກ່າວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາວ່າ ວິວັດທະນາການແກ້ຄວາມລັບຈະໄດ້ດຳເນີນດ້ວຍວິທີເຄົາລົບຄອບຄົວຜູ້ປະສົບເຄາະຮ້າຍໃນເຫດດັ່ງກ່າວ ເພື່ອແນໃສ່ປອບໃຈບັນດາຄອບຄົວດັ່ງກ່າວ ເຊິ່ງໃນຕະຫຼອດໄລຍະຜ່ານມາຍາມໃດກໍຢາກຮູ້ຂໍ້ມູນເພີ່ມເຕີມກ່ຽວກັບເຫດການທີ່ເຈັບປວດນີ້. ຜູ້ຕາງໜ້າກຸ່ມບັນດາຄອບຄົວຖືກປະສົບເຄາະຮ້າຍໃນເຫດບຸກໂຈມຕີວັນທີ 11 ກັນຍາ ກໍໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະດຳລັດສະບັບດັ່ງກ່າວ, ພ້ອມທັງສະແດງຄວາມຫວັງວ່າ ອຳນາດການປົກຄອງ ຈະຮັບປະກັນຄວາມຍຸຕິທຳໃຫ້ແກ່ຜູ້ຄົນທີ່ເສຍຊີວິດ ກໍຄື ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງຫຼວງຫຼາຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ