ປະທານາທິບໍດີ ອາເມລິກາ ເລີ່ມຕົ້ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ

(VOVWORLD) - ວັນທີ 19 ພຶດສະພາ ທ່ານປະທານາທິບໍດີ ອາເມລິກາ Donal Trump ເລີ່ມຕົ້ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອຂຶ້ນກຳອຳນາດ, ທ່ານ Donal Trump ຈະຢ້ຽມຢາມ ອາຣັບບິ ຊະອຸດິ, ອິດສະລາແອັນ, ວາຕີກັງ, ແບນຊິກ ແລະ ອີຕາລີ
ປະທານາທິບໍດີ ອາເມລິກາ ເລີ່ມຕົ້ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ - ảnh 1 ທ່ານປະທານາທິບໍດີ Donal Trump (ພາບ: ອິນເຕີແນັດ)

ການຢ້ຽມຢາມ ແນໃສ່ເພີ່ມທະວີນ້ຳໃຈມິດຕະພາບທີ່ມີຢູ່ແລ້ວ, ກໍ່ສ້າງບັນດາການພົວພັນຄູ່ຮ່ວມມືໃໝ່ ແລະ ຄວາມສາມັກຄີແຫ່ງໂລກສີວິໄລໃນການສູ້ຮົບຕ້ານກໍ່ການຮ້າຍ. ຕາມແຜນການ, ຢູ່ ອາຣັບບິ ຊະອຸດິ ທ່ານປະທານາທິບໍດີ ອາເມລິກາ ຈະມີ ສູນທອນພົດຕໍ່ບັນດາການນຳຂອງປະເທດອິດສະລາມຕ່າງໆ, ໃນນັ້ນ ຊີ້ແຈ້ງວ່າ ວໍຊິງຕັນ ປາດຖະໜາຢາກຮັດແໜ້ນການພົວພັນຮ່ວມມືໃນບັນດາການສູ້ຮົບຕ້ານອົງການກໍການຮ້າຍ (ລັດອິດສະລາມ IS) ອ້າງຊື່ເອງ. ຫລັງຈາກນັ້ນ ທ່ານປະທານາທິບໍດີ Donal Trump ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຈະພ້ອມກັນແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນສຳພັນທະມິດລະຫວ່າງ 2 ປະເທດ. ຄາດວ່າ ທ່ານ Donal Trump ກໍ່ມີການພົບປະກັບການນຳ ປາແລັດສະຕິນ ທ່ານ Mahmoud Abbas ຢູ່ Bethlehem ເພື່ອປຶກສາຫາລືຊຸກຍູ້ວິວັດການສັນຕິພາບຢູ່ຕາເວັນອອກກາງ. ທີ່ ວາຕີກັງ, ທ່ານປະທານາທິບໍດີ ອາເມລິກາ ຈະມີການປາຖະກະຖາຕໍ່ມະຫາຊົນ ແລະ ສັນຕະປະປາ Francis.

 

ຕອບກັບ

ຂ່າວ/ບົດ​ອື່ນ