ປະທານາທິບໍດີ ອາເມລິກາ ແລະ ນາຍພົນ K.Haftar ໂອ້ລົມກ່ຽວກັບສະພາບການຢູ່ລີບີ

(VOVWORLD) -ວັນທີ 19 ເມສາ, ທຳນຽບຂາວໄດ້ຢັ້ງຢືນວ່າ: ປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບນາຍພົນ Khalifa Haftar ຜູ້ບັນຊາກຳລັງ ອ້າງຊື່ເອງ ແມ່ນກອງທັບແຫ່ງຊາດ ລີບີ (LNA), ສະຫນັບສະຫນູນອຳນາດການປົກຄອງພາກຕາເວັນອອກລີບີ.

ໃນການໂອ້ລົມເມື່ອວັນທີ 15 ເມສາຜ່ານມາ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບນາຍພົນ Khalifa Haftar ເພື່ອປຶກສາຫາລືກ່ຽວກັບ “ບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍກໍ່ຄືຄວາມຈຳເປັນຕ້ອງບັນລຸພື້ນຖານສັນຕິພາບ ແລະ ສະຖຽນລະພາບ ຢູ່ ລີບີ. ສອງທ່ານກໍ່ໄດ້ແບ່ງປັນ “ວິໄສທັດລວມສຳລັບວິວັດການປ່ຽນຜ່ານຢູ່ລີບີ ເພື່ອມຸ່ງໄປເຖິງລະບົບການເມືອງມີສະຖຽນລະພາບ, ປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ