ປະທານາທິບໍດີ ອາເມລິກາ ແລະ ຟີລີບຟີນ ພົບປະກັນຢູ່ ສປປລາວ

ປະທານາທິບໍດີ ອາເມລິກາ ແລະ ຟີລີບຟີນ ພົບປະກັນຢູ່ ສປປລາວ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama
ພາບ:TTXVN

(vovworld)-​​ ວັນ​ທີ 7/9, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແຫນ່ງ ຟ​ິ​ລີບ​ປີນ Rodrigo Duterte ກ່ອນ​ດຳ​ເນີນ​ງານ​ລ້ຽງ​ທີ່ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຢູ່ ສ​ປ​ປ ລາວ. ການ​ກະ​ທຳ​ນີ້​ດຳ​ເນີນ​ພາຍ​ຫລັງ ສອງ​ສາມມື້ ຊື່ງ​ທ່ານ Duterte ໄດ້​ມີ​ຄວາມ​ເວົ້າ​ແຕະ​ຕ້ອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ເຮັດ​ໃຫ້​ຜູ້​ນຳ ທຳ​ນຽບ​ຂາວ ຕັດ​ສິນ​ຍົກ​ເລີກ​ການ​ພົບ​ປະ​ສອງ​ຝ່າຍ. ກ່ອນ​ຫນ້ານັ້ນ, ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ ຢູ່ ສ​ປ​ປ ລາວ ເມື່ອ​ວັນ​ທີ 5/9 ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຕໍ່​ສູ້​ຄວບ​ຄຸ​ມ​ຢາ​ເສບ ​ຕິດ​ຢູ່ ຟິ​ລິບ​ຟີນ, ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ແຕະ​ຕ້ອງ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ໃຫ້​ຮູ້​ວ່າ “ບໍ່​ສົນ​ໃຈ​ທ່ານ Obama ຄິດ​ຫຍັງ” ກ່ຽວ​ກັບ​ນະ​ໂຍ​ບາຍ​ແຂງ​ກະ​ດ້າງ​ຕ້ານ​ອາດ​ຊະ​ຍາ​ກອນ​ຢາ​ເສບ​ຕິດ ຊື່ງ​ທ່ານ​ພວມ​ນຳ​ໃຊ້​ຢູ່ ຟິ​ລິບ​ຟີນ. ຕອບ​ໂຕ້​ການ​ກະ​ທຳ​ນີ້, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ຍົກ​ເລີກ​ແຜນ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ຊື່ງ​ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 6/9 ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ. ພາຍ​ຫລັງ​ນັ້ນ ການ​ນຳ ຟິ​ລິບ​ປີນ ສະ​ແດງ​ຄວາມ​ເສຍ​ດາຍ ຍ້ອນ​ມີ​ຄຳ​ແຕະ​ຕ້ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ປາດ​ຖະ​ຫນາ​ວ່າ ຢາກ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ເກີດ​ຂຶ້ນນອກ​ເຫນືອ​ບັນ​ດາ​ການ​ບຸ​ລິ​ມະ​ສິດ ແລະ ທັດ​ສະ​ນະ​ແຫ່ງ​ຊາດ ພ້ອມ​ທັງ​ພ້ອມ​ກັນ​ການ​ຮ່ວມ​ມື​ມີ​ຄວາມ​ຮັບ​ຜິດ​ຊ​ອບ​ສຳ​ລັບ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ