ປະທານາທິບໍດີ ອາເມລິກາ ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມສະຫງົບປອດໄພໃຫ້ ຍີ່ປຸ່ນ

ປະທານາທິບໍດີ ອາເມລິກາ ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມສະຫງົບປອດໄພໃຫ້ ຍີ່ປຸ່ນ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ແລະ
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: ອິນເຕີແນັດ)

(vovworld) – ​​ ທຳນຽບຂາວ ອອກ​ຖະ​ແຫຼ​ງການ​ໃຫ້​ຮູ້​ວ່າ ​ໃນ​ການ​ເຈລະຈາ​ທາງ​ໂທລະສັບ​ວັນ​ທີ 28/01, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ໄດ້​ຢືນຢັນ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ວ່າ ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົ​ບ​ປອດ​ໄພ​ໃຫ້​ປະ​ເທດ​ອາຊີ​ນີ້. ນອກ​ນັ້ນ 2 ຝ່າຍ​​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຢ້ຽມຢາມ ຍີ່ປຸ່ນ ​ຂອງ​ທ່ານ James Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເ​ມ ລິ​ກາ ​ແລະ ​ໄພ​ນາບ​ຂູ່​ດ້ານ​ນິວ​ເຄຼຍຈາກ ສປປ.​ເກົາຫຼີ. ​ໃນ​ຂະນະ​ນັ້ນ ສຳນັກ​ຂ່າວສານ Kyodo ​ໃຫ້​ຂ່າວ​ວ່າ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Trump, ທ່ານ​ນາຍົກລັດຖະມົນຕີ Shinzo Abe ຈະ​ມີ​ການ​ເຈລະຈາ 2 ຝ່າຍ​ກັບ​ການ​ນຳ ອາ​ເມ​ລິ​ກາ ຢູ່​ທຳນຽບຂາວ ​​ໃນການ​ພົບ​ປະສຸ​ດຍອດ​​ວັນ​ທີ 10/02 ຈະ​ມາ​ເຖິງ. ຄາດ​ຄະ​ເນ​ວ່າ ​ໃນ​ການ​ເຈລະຈາ​ນີ້ ການ​ນຳ 2 ທ່ານ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ການ​ຄ້າ ພາຍຫລັງ​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Trump ລົງ​ນາມ​ໃນ​ລັດຖະດຳລັດ​ຖອນ​ອ​ອກຈາກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີຟິກ (TPP) ຢ່າງ​ເປັນ​ທາງ​ການ​ເມື່ອວັນ​ທີ 23/01.

 

 

ຕອບກັບ

ຂ່າວ/ບົດ​ອື່ນ