ປະທານາທິບໍດີ ຮູງກາຣີ ຢ້ຽມຢາມອ່າວຮ້າລອງ

ປະທານາທິບໍດີ ຮູງກາຣີ ຢ້ຽມຢາມອ່າວຮ້າລອງ - ảnh 1
ທ່ານ ຫງວຽນ​ວັນ​ແທ່ງ, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ ​ແຂວງ ກວາງ​ນິງ, ​ໄດ້​ໃຫ້ການຕ້ອນຮັບທ່ານ​ປະທານາທິບໍດີ ບຸນກາຣີ
(ພາບ: baoquangninh.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/10, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ, ທ່ານ​ປະທານາທິບໍດີ ສ. ບຸນກາຣີ Rosen Plevneliev ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຍັງ​ແຂວງ​ກວາງ​ນິງ ​ແລະ ຢ້ຽມຢາມ ອ່າວ ຮ້າ​ລອງ. ທີ່ການ​ຕ້ອນຮັບ​ຄະນະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ເຂດ​ທ່ອງ​ທ່ຽວ​ສາກົນ ຕ່ວນ​ເຈົາ, ທ່ານ ຫງວຽນ​ວັນ​ແທ່ງ, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ ​ແຂວງ ກວາງ​ນິງ, ​ໄດ້​ສະໜອງ​ຂໍ້​ມູນ​ຂ່າວ​ເຖິງ​ທ່ານ​ປະທານາທິບໍດີ ບຸນກາຣີ ກ່ຽວ​ກັບ​ຄວາມ​ສາມາດ​ດຶງ​ດູດການ​ລົງທຶນ, ທ່າ​ແຮງ​ຂອງ​ແຂວງ, ​ແນະນຳ​ຄວາມ​ງາມ, ທັດສະນີ​ຍະ​ພາບ.​.​​. ຂອງ ອ່າວ​ຮ້າ​ລອງ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ໄດ້ຮັບ​ການ​ຮັບ​ຮອງ​ຈາກ UNESCO ​ວ່າເປັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ 2 ຄັ້ງ. ທ່ານ​ປະທານາທິບໍດີ ສ. ບຸນກາຣີ Rosen Plevneliev ​ໄດ້​ຂອບ​ອົກ​ຂອບ​​ໃຈ​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ ​ແລະ ​​ອົບ​ອຸ່ນຂອງ​ແຂວງ ກວາງ​ນິງ ​ແລະ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອໄດ້​ມາຢາມ​ແຂວງ ກວາງ​ນິງ, ພິ​ເສດ​ແມ່ນ​ໄດ້​ຢ້ຽມຢາມ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ ອ່າວ ຮ້າ​ລອງ.

ຂ່າວ/ບົດ​ອື່ນ