ປະ​ທາ​ນາ​ທິບໍ​ດີ ເກຼັກ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນບ່າຍວັນທີ 19 ພຶດສະພາ, ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ພ້ອມກັບ ຄະນະຜູ້ແທນຂັ້ນສູງ ເກຼັກ ໄດ້ເດີນທາງອອກຈາກສະໜາມບິນ ເຕິນເຊີນເຍິດ, ນະຄອນໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 15 – 19 ທັນວາ 2022.
ປະ​ທາ​ນາ​ທິບໍ​ດີ ເກຼັກ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ຖ່າຍຮູບນຳຄະນະຜູ້ແທນ (ພາບ: TTXVN)

ໃນເວລາຢ້ຽມຢາມ ຫວຽດນາມ, ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ໄດ້ມີບັນດາການເຄື່ອນໄຫວສຳຄັນຄື: ວາງພວງມາລາຢູ່ອານຸສາວາລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ສຸສານປະທານ ໂຮ່ຈີມິນ, ເຂົ້າຮ່ວມພິທີຕ້ອນຮັບ ແລະ ພົບປະເຈລະຈາກັບ ທ່ານປະທານປະເທດ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ…

  ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou ໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພວມມີການພັດທະນາຢ່າງດີງາມ. ການຢ້ຽມຢາມໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍດ້ານຄື: ການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວເລິກເຊິ່ງຂຶ້ນຕື່ມ…, ນຳການພົວພັນສອງຝ່າຍເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ