ປະທານາທິບໍດີ ເມກຊີໂກ ຮັບດຳລົງຕຳແໜ່ງ ດ້ວຍຄຳໝັ້ນສັນຍາຕ້ານການໃຊ້ຄວາມຮຸນແຮງ

ປະທານາທິບໍດີ ເມກຊີໂກ ຮັບດຳລົງຕຳແໜ່ງ ດ້ວຍຄຳໝັ້ນສັນຍາຕ້ານການໃຊ້ຄວາມຮຸນແຮງ  - ảnh 1
ປະທານາທິບໍດີ ​ເມກ​ຊີ​ໂກ Enrique Pana Nieto ​​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ
(ພາບ: AFP)

​(vovworld) - ວັນ​ທີ 1/12, ປະທານາທິບໍດີ ​ເມກ​ຊີ​ໂກ Enrique Pana Nieto ​ໄດ້​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ ຢູ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ຍົກ​ອອກ​ສານ​ສະບັບ​ທຳ​ອິດ​ໃນ​ຖານະ​ປະທານາທິບໍດີ ​ເມກ​ຊີ​ໂກ , ​ໃນ​ນັ້ນ​​ເນັ້ນ​ໜັກວ່າ, ກາລະ​ໂອກາດ​ປະຫວັດສາດ​ທີ່​ນຳ ເມກ​ຊີ​ໂກ ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ຢູ່​ໂລກ​ໃນ​ສະຕະວັດ​ທີ 21 ​ແມ່ນ​ຍ້ອນ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ເສດຖະກິດ​ມະຫາ​ພາກ​ໃນ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ພ້ອມ​ທັງ​ຍົກ​ອອກ 13 ມາດ​ຕະການ​ອັນ​ຮີບ​ດ່ວນ ທີ່​ກ່ຽວຂ້ອງ​ເຖິງ​ການ​ຫຼຸດຜ່ອນ​ຈຳນວນ​ອາດ​ສະ​ຍາ​ກຳ, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຄຸນ​ນະພາ​ບ ການ​ສຶກສາ, ພັດທະນາ ​ແລະ ​ເປີດ​ກວ້າງ​ພື້ນຖານ​ໂຄງ​ລ່າງ ພ້ອມ​ກັບ​ການ​ແກ້​ໄຂ​ໜີ​ສາທາລະນະ, ​ແລະ ​ແຜນການຫຼຸດຜ່ອນອັດຕາຂາດ​ດຸ່ນງົບປະມານ. ທ່ານ​ກໍ່​ໄດ້​ປະກາດ​ແຜນການ​ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ ໃນ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ​ເຖິງ 112 ລ້ານ​ຄົນ​ນີ້.

ຂ່າວ/ບົດ​ອື່ນ