ປະທານາທິບໍດີ ເວເນຊູເອລາ ປະຕິເສດຄຳຮຽກຮ້ອງຈັດຕັ້ງບັນດາການເລືອກຕັ້ງ

(VOVWORLD) - ວັນທີ 27 ມັງກອນ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ປະຕິເສດຄຳຂາດຂອງສາກົນຊື່ງຮຽກຮ້ອງປະເທດນີ້ຈັດຕັ້ງບັນດາການເລືອກຕັ້ງພາຍໃນເວລາ 8 ວັນ. 
ປະທານາທິບໍດີ ເວເນຊູເອລາ ປະຕິເສດຄຳຮຽກຮ້ອງຈັດຕັ້ງບັນດາການເລືອກຕັ້ງ - ảnh 1ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro (ພາບ THX/TTXVN)

ພ້ອມກັນນັ້ນ, ທ່ານປະທານາທິບໍດີ Nicolas Maduro ກໍ່ຖະແຫຼງວ່າ ທ່ານ Juan Guaido ຜູ້ນຳຝ່າຍຄ້ານໄດ້ລະເມີດລັດຖະທຳມະນູນ ເມື່ອຍົກຕົນເອງຂຶ້ນມາເປັນ “ປະທານາທິບໍດີຊົ່ວຄາວ”.

        ເວທີການເມືອງ ເວເນຊູເອລາ ມີສະພາບເຄັ່ງຕຶງ ພາຍຫລັງທ່ານ Juan Guaido, ປະທານສະພາແຫ່ງຊາດ ເວເນຊູເອລາ ໂດຍຝ່າຍຄ້ານຄວບຄຸມ, ຍົກຕົນເອງຂຶ້ນມາເປັນ “ປະທານາທິບໍດີຊົ່ວຄາວ” ຂອງປະເທດ ອາເມລິກາໃຕ້ນີ້ ຈົນເຖິງເວລາສ້າງຕັ້ງລັດຖະບານຊົ່ວຄາວ ແລະ ຈັດຕັ້ງການເລືອກຕັ້ງຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ