ປະທານາທິບໍດີ ເວເນຊູເອລາ ອວຍພອນ ຫວຽດນາມ ເລື່ອງໃນໂອກາດວັນທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ວັນທີ 30 ເມສາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຍ້ອງຍໍຊົມເຊີຍໄຊຊະນະຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນບັ້ນຮົບ ໂຮ່ຈີມິນປະຫວັດສາດ, ປົດປ່ອຍພາກໃຕ້, ຢຸດຕິສົງຄາມ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.

ໃນສານທີ່ໄດ້ຄັດສະເໜີທາງສື່ສັງຄົມອອນລາຍ Twitter, ການນຳ ເວເນຊູເອລາ ໃຫ້ຮູ້ວ່າ: “ມື້ນີ້ແມ່ນວັນສະເຫຼີມສະຫຼອງ 43 ປີແຫ່ງເຫດການບັນດານັກຮົບປະຕິວັດ ຫວຽດນາມ ບຸກເຂົ້າປົດປ່ອຍ ໄຊງ່ອນ “ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ”, ຢຸດຕິສົງຄາມ ແລະ ການແຊກແຊງດ້ານການທະຫານຂອງ ອາເມລິກາ ຢູ່ພາກພື້ນ, ດ້ວຍໄຊຊະນະທີ່ສະຫງ່າອົງອາດນີ້, ປະເທດ ຫວຽດນາມ ໄດ້ໂຮມເຂົ້າເປັນເອກະພາບ”.

        ລັດຖະບານ ເວເນຊູເອລາ ກໍ່ສົ່ງສານອວຍພອນເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດວັນປະຫວັດສາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ