ປະທານາທິບໍດີ ແລະ ວິສາຫະກິດກວ່າ 200 ແຫ່ງຂອງ ສ.ເກົາຫຼີ ຈະມາຢ້ຽມຢາມ ຫວຽດນາມ

(VOVWORLD) - ການເດີນທາງໄປຢ້ຽມຢາມນີ້ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ເປັນການຢ້ຽມຢາມຄັ້ງທຳອິດເຖິງປະເທດ ອາຊີຕາເວັນອອກສ່ຽງໃຕ້ ຂອງທ່ານ Yoon Suk Yeol.
ປະທານາທິບໍດີ ແລະ ວິສາຫະກິດກວ່າ 200 ແຫ່ງຂອງ ສ.ເກົາຫຼີ ຈະມາຢ້ຽມຢາມ ຫວຽດນາມ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol
(ພາບ: reuters)

        ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ຄະນະຜູ້ແທນວິສາຫະກິດໃຫຍ່ 205 ແຫ່ງຂອງ ສ.ເກົາຫຼີ ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 22-24 ມິຖຸນາ ຈະມາເຖິງ. ຕາມແຈ້ງການຂອງຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ປະກາດໃນວັນທີ 13 ມິຖຸນາ ແລ້ວ, ການເດີນທາງໄປຢ້ຽມຢາມນີ້ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ເປັນການຢ້ຽມຢາມຄັ້ງທຳອິດເຖິງປະເທດ ອາຊີຕາເວັນອອກສ່ຽງໃຕ້ ຂອງທ່ານ Yoon Suk Yeol.

        ສ.ເກົາຫຼີ ແລະ ຫວຽດນາມ ໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ແຕ່ເດືອນ ທັນວາ 2022, “ເປີດໜ້າປະຫວັດສາດໃໝ່ໃນການພົວພັນ” 2 ຝ່າຍ ຄືດັ່ງຄຳເວົ້າຂອງທ່ານປະທານາທິບໍດີ Yoon Suk Yeol. ການນຳ ສ.ເກົາຫຼີ ກໍ່ເນັ້ນໜັກເຖິງການຮ່ວມມືດ້ານເຕັກໂນໂລຊີກ້າວໜ້າ ໃນການຮັບປະກັນສະຖຽນລະພາບໃນລະບົບສະໜອງ ແລະ ຂຸດຄົ້ນຊັບພະຍາກອນດິນປະເສີດຢູ່ ຫວຽດນາມ. ທ່ານ Yoon Suk Yeol ກໍ່ຖືການຮ່ວມມືໃນຂົງເຂດການເງິນ, ຖະແຫຼງຂ່າວ-ສື່ສານ, ເຕັກໂນໂລຊີສູງ, ພື້ນຖານໂຄງລ່າງ ແລະ ພະລັງງານ… ແມ່ນບັນດາບັນຫາສຳຄັນ ເຊິ່ງ 2 ຝ່າຍໄດ້ເປັນດີເພີ່ມທະວີການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ