ປະ​ທາ​ນາ​ທິບ​ໍ​ດີ ໂບ​ລີ​ວີ ເຊົ້າ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

(VOVWORLD) -ທ່ານ  Luis Arce ຜູ້ຫາກໍ່ຊະນະໃນການເລືອກຕັ້ງປະທານາທິບໍດີ ໂບລີວີ ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການໃນພິທີທີ່ໄດ້ດຳເນີນໃນວັນທີ 8 ພະຈິກ ຢູ່ສຳນັກງານສະພາແຫ່ງຊາດ, ໂດຍສ້າງຂີດໝາຍການກັບຄືນມາກຳອຳນາດຂອງ ພັກຂະບວນການກ້າວຂຶ້ນ ສັງຄົມນິຍົມ (MAS) ພາຍຫຼັງ ທ່ານ Evo Morales ປະທານາທິບໍດີ ຖືກບັງຄັບໃຫ້ລາອອກຈາກຕຳແໜ່ງ ແລະ ຢູ່ພັດຖິ່ນມາເປັນເວລາ 1 ປີ.
ປະ​ທາ​ນາ​ທິບ​ໍ​ດີ ໂບ​ລີ​ວີ ເຊົ້າ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ - ảnh 1ປະທານາທິບໍດີ ໂບລີວີ ເຊົ້າພິທີສາບານຕົວຮັບດຳລົງຕຳແໜ່ງ (ພາບ: AFP/TTXVN)

ກ່າວຄຳເຫັນພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານ ປະທານາທິບໍດີ Luis Arce ໄດ້ປະກາດ ເລີ່ມຕົ້ນ ໄລຍະໃໝ່ຂອງປະຫວັດສາດ ໂບລີວີ ແລະ ນີ້ຈະແມ່ນລັດຖະບານເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນ. ທ່ານ Luis Arce ໃຫ້ຄຳໝັ້ນສັນຍາວ່າ ຈະດັດປັບບັນດາສິ່ງທີ່ຍັງບໍ່ທັນເໝາະສົມ ແລະ ເຮັດໃຫ້ບັນດາຜົນງານທີ່ບັນລຸໄດ້ເລິກເຊິ່ງກ່ວາອີກ, ກໍ່ຄືສ້າງສາປະເທດໃຫ້ມີຄວາມສາມັກຄີ ແລະ ທຸກຄົນໄດ້ດຳລົງຊີວິດໃນສັນຕິພາບຄືນໃໝ່. ຕາມການນຳ ໂບລີວີແລ້ວ, ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງລັດຖະບານໃໝ່ແມ່ນຈະແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກໂລກລະບາດ Covid – 19, ປົວແປງບັນດາການຂັດແຍ້ງກັນໃນສັງຄົມ ແລະ ຜ່ານຜ່າບັນດາຄວາມຫຍຸ້ງຍາກ ຂອງພື້ນຖານເສດຖະກິດ ເພື່ອມຸ່ງໄປເຖິງການຊຸກຍູ້ການເຕີບໂຕເສດຖະກິດ ຄືໃນຊຸມປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ