ປະທານາທິບໍດີDonalTrumpປະຕິເສດ ສປປ.ເກົາຫຼີ ພັດທະນາລູກສອນໄຟຍິງເຖິງອາເມລິກາ

ປະທານາທິບໍດີDonalTrumpປະຕິເສດ ສປປ.ເກົາຫຼີ ພັດທະນາລູກສອນໄຟຍິງເຖິງອາເມລິກາ - ảnh 1
(ພາບປະກອບ)

(vovworld) - ​ ປະທານາທິບໍດີ DonalTrump ຜູ້​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປະຕິ​ເສດ​ເລື່ອງ ສປປ.​ເກົາຫຼີ ​ພັດທະນາ​ລູກ​ສອນ​ໄຟທີ່​ຍິງ​ເຖິງ ​ອາ​ເມ​ລິ​ກາ. ຄຳ​ຖະ​ແຫຼ​ງ ດັ່ງກ່າວ​​ໂດຍທ່ານ DonalTrump ຍົກ​ອອກ​ໃນ​ວັນ​ທີ 02/01. ທ່ານ DonalTrump ບໍ່​​ເຄີຍ​ຖະ​ແຫຼ​ງ​ນະ​ໂຍບາຍ​ຂອງ​ຕົນຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ ສປປ.​ເກົາຫຼີ ​ເຖິງ​ວ່າ ວໍ​ຊິງ​ຕັນ ຍາມ​ໃດ​ກໍ່​ຖະ​ແຫຼງວ່າ ຈະບໍ່ຍອມຮັບຮອງ ພຽງ​ຢາງ ​ເປັນ​ປະ​ເທດ​ນິວ​ເຄຼຍ.

        ກ່ຽວຂ້ອງ​ເຖິງ​ຖະ​ແຫຼ​ງການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟນຳ​ວິຖີ​ຂ້າມທະວີບ (ICBM) ຂອງ ສປປ.​ເກົາຫຼີ, ກ່ອນ​ນັ້ນ​ໜຶ່ງ​ວັນ, ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໄດ້​ກ່າ​ວ​ເຕືອນ “ບັນດາ​ການ​ກະທຳ​ເກາະ​ຜິດ” ຂອງ​ພຽງ​ຢາງ. ຖະ​ແຫຼງການ​ຂອງທຳນຽບ 5 ​ແຈ ຢືນຢັນ​ອີກ​ຄັ້ງ​ໜຶ່ງ “ຄຳ​ໝັ້ນ​ສັນ​ຍາ​ແຂງກ້າ” ຂອງ ວໍ​ຊິງ​ຕັນ ​ໃນ​ການປົກ​ປັກ​ຮັກສາ​ບັນດາ​ສຳພັນ​ທະ​ມິດ, ​ໃນ​ນັ້ນລວມມີ​ການ​ນຳ​ໃຊ້ “ທຸກກຳລັງ​ຄວາມ​ສາມາດ​ເພື່ອເປີດ​ກ້ວາງການ​ນາບ​ຂູ່”.

ຂ່າວ/ບົດ​ອື່ນ