ປະທານາທິບໍດີPutinຕອບສຳພາດຕໍ່ສື່ມວນຊົນກ່ຽວກັບສະພາບການເສດຖະກິດສັງຄົມປີ2016

ປະທານາທິບໍດີPutinຕອບສຳພາດຕໍ່ສື່ມວນຊົນກ່ຽວກັບສະພາບການເສດຖະກິດສັງຄົມປີ2016 - ảnh 1
ປະທານາທິບໍດີPutinຕອບສຳພາດຕໍ່ສື່ມວນຊົນກ່ຽວ
ກັບສະພາບການເສດຖະກິດສັງຄົມປີ2016

(vovworld) - ວັນ​ທີ 24/12, ​ໃນ​ການ​ປະຊຸມ​ຂ່າວ​ປະຈຳ​ປີ​ຂອງປະທານາທິບໍດີ​ລັດ​ເຊຍ Vladimir Putin, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ 1.400 ກວ່າ​ຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັ້ນ, ປະທານາທິບໍດີ​ Vladimir Putin​ ​ໄດ້​ຕອບ​ບັນດາ​ຄຳ​ຖາມ​ທຳ​ອິດ​ຕໍ່​ນັກ​ຂ່າວ​ລັດ​ເຊຍ, ​ເຊິ່ງມີ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ພັດທະນາ​ປະ​ເທດ​ຊາດ… ປະທານາທິບໍດີ​ Vladimir Putin ​ໄດ້​ຢືນຢັນ​ອີກເທື່ອ​ໜຶ່ງບັນດາ​ຜົນງານ​ດີ​ພໍ​ສົມຄວນ​ຂອງ​ເສດຖະກິດ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ຂົງ​ເຂດ​ກະສິກຳ​ໃນ​ປີ 2016. ​ໄພ​ເງິນ​ເຟີ້​ໄດ້​ຫຼຸດ​ລົງ​ລະດັບ​ຕຳ່​ສຸດ​ແມ່ນ​ຕຳ່​ກວ່າ 6%. ບັນດາ​ນະ​ໂຍບາຍ, ​ແຜນການ​ປີ 2017 ກໍ່​ຖືກ​ຍົກ​ອອກ​ຢ່າງ​ລະອຽດ. ບັນດາ​ບັນຫາ​ກ່ຽວ​ກັບ​ທະນາຄານ, ການ​ເງິນ, ບັນຫາ​ກ່ຽວ​ກັບ​ການ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ສືບສວນ​ຕ້ານ​ອາດ​ສະ​ຍາ​ກຳ, ​ແຜນ​ພັດທະນາ​ແຫຼມ Crimea… ກໍ່​ລ້ວນ​ແຕ່​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ລະອຽດ​ຈາກ ປະທານາທິບໍດີ​ Vladimir Putin.

ປະທານາທິບໍດີ​ Vladimir Putin ກໍ່​ສະ​ຫງວນ​ເວລາ​ຫຼາຍ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ເຫດການ, ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ພວມ​ເຄັ່ງຮ້ອນ ຫຼື​ຫາ​ກໍ່​ເກີດ​ຂຶ້ນ​ເຊັ່ນ: ​ເຫດການ​ທ່ານ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ຕວກກີ ຖືກ​ລອບ​ສັງຫານ, ບັນດາ​ຄຳ​ປາ​ໄສ​ຂອງ​ປະທານາທິບໍດີ​ຜູ້​ຫາ​ກໍ່​ໄດ້​ຮັບ​ຊະນະ​ໃນ​ການ​ເລືອກຕັ້ງ​ຂອງ​ອາ​ເມ​ລິ​ກາ Donald Trump, ບັນຫາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ… ກ່ຽວຂ້ອງ​ເຖິງ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວາລະສານ ອວນ​ຕຼິດ ກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ, ປະທານາທິບໍດີ​ Vladimir Putin ຢືນຢັນ​ວ່າ, ລັດ​ເຊຍ​ພວມ​ສືບ​ຕໍ່​ຫັນ​ເປັນ​ທັນ​ສະ​ໄໝ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ນິວຄະ​ເລຍ​ຂອງ​ຕົນ, ​ແຕ່​ຍາມ​ໃດ​ລັດ​ເຊຍ​ກໍ່​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ດ້ວຍ​ບັນດາ​ຂໍ້​ຕົກລົງ​ສາກົນ ກ່ຽວ​ກັບ ນິວຄະ​ເລຍ. ລັດ​ເຊຍ​ບໍ່​ມີ​ແຜນ​ນະ​ໂຍບາຍ​ຊ່ວງ​ເສັງກຳລັງ​ອາວຸດ.

ຂ່າວ/ບົດ​ອື່ນ